ບັນດາຜູ້ນຳລັດ, ລັດຖະບານຫວຽດນາມຕ້ອນຮັບນາຍົກລັດຖະມົນຕີຄູເວດ

ບັນດາຜູ້ນຳລັດ, ລັດຖະບານຫວຽດນາມຕ້ອນຮັບນາຍົກລັດຖະມົນຕີຄູເວດ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ​ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄູ​ເວດ Sheikh Jaber Mubarak Al-Hamad Al-Sabad                     

(vovworld)- ວັນ​ທີ 6/5, ຢູ່​ຮ່າ​ໂນ້ຍ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ​ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄູ​ເວດ Sheikh Jaber Mubarak Al-Hamad Al-Sabad. ທີ່​ການ​ຕ້ອນ​ຮັບ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ ໄດ້​ຢື​ນ​ຢັນ​ນະ​ໂຍ​ບາຍ​ທີ່​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດ​ນາມ, ພ້ອມ​ແລ້ວ​ເປັນ​ເພື່ອນ, ແມ່ນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ບັນ​ດາ​ປະ​ເທດ​ໂລກ, ໃນ​ນັ້ນ​ຖື​ເປັນ​ສຳ​ຄັນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມືມິດ​ຕະ​ພາບກັບ​ຄູ​ເວດ ແລະ ບັນ​ດາ​ປະ​ເທດ​ຕາ​ເວັນ​ອອກ​ກາງ. ທ່ານ​ຫວັງ​ວ່າ ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ຈະ​ຖືກ​ຍົກ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່. ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ ຢື​ນ​ຢັນ​ວ່າ ຫວຽດ​ນາມ​ພ້ອມ​ແລ້ວ​ຈະ​ຕ້ອນ​ຮັບ​ບັນ​ດາ​ວິ​ສາ​ຫະ​ກິດ​ຄູ​ເວດ​ເຂົ້າ​ມາ​ເຄື່ອນ​ໄຫວ​ຢູ່​ຫວຽດ​ນາມ ແລະ ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ວິ​ສາ​ຫະ​ກິດ 2 ປະ​ເທດ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລົງ​ທຶນ​ຢູ່​ຕະຫຼາດ​ຂອງ​ກັນ ກໍ​ຄື​ໃນ 2 ພາກ​ພື້ນ.

     ສ່ວນທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄູ​ເວດ Sheikh Jaber Mubarak Al-Hamad Al-Sabad ໃຫ້​ຮູ້​ວ່າ ຄູ​ເວດ​ພ້ອມ​ແລ້ວ​ຈະ​ຊຸກ​ຍູ້​ການ​ຮ່ວມ​ມືຫຼາຍ​ດ້ານ​ກັບ​ຫວຽດ​ນາມ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ 2 ປະ​ເທດ.

    ແລະ ກໍ​ໃນວັນ​ດຽວ​ກັນ, ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽ​ດ​ນາມ ຫງວຽນ​ຊວນ​ຟຸກໄດ້​ໃຫ້​ການ​ຕ້ອນ​ຮັບ ແລະ ດຳ​ເນີນ​ການ​ເຈ​ລະ​ຈາ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄູ​ເວດ Sheikh Jaber Mubarak Al-Hamad Al-Sabad ຊຶ່ງ​ພວມ​ຢ້ຽມ​ຢາມ​ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ. ທີ່​ການ​ເຈ​ລະ​ຈາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽ​ດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ຢື​ນ​ຢັນ​ນະ​ໂຍ​ບາຍ​ທີ່​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດ​ນາມ, ພ້ອມ​ແລ້ວ​ເປັນ​ເພື່ອນ, ແມ່ນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ບັນ​ດາ​ປະ​ເທດ​ໂລກ, ໃນ​ນັ້ນ​ຖື​ເປັນ​ສຳ​ຄັນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມືມິດ​ຕະ​ພາບກັບ​ຄູ​ເວດ ແລະ ບັນ​ດາ​ປະ​ເທດ​ຕາ​ເວັນ​ອອກ​ກາງ ແລະ ມີ​ຄວາມ​ຫວັງ​ໃຫ້​ການ​ພົວ​ພັນ ລະ​ຫວ່າງ 2 ປະ​ເທດ​ເຂົ້າ​ສູ່​ລວງ​ເລິກ, ມີ​ປະ​ສິດ​ທິ​ຜົນ ແລະ ສະ​ຖຽນ​ລະ​ພາບ.

    ສ່ວນ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄູ​ເວດ Sheikh Jaber Mubarak Al-Hamad Al-Sabad ໄດ້​ຕີ​ລາ​ຄາ​ສູງ​ການ​ຮ່ວມ​ມື​ດ້ານ​ນ້ຳ​ມັນ​ອາຍ​ແກັ​ສ​ລະ​ຫວ່າງ 2 ປະ​ເທດ ແລະ ຫວັງ​ວ່າ 2 ຝ່າຍ​ພະ​ຍາ​ຍາມ​ນຳ​ໂຄງ​ການ​ປະ​ສົມ​ກັ່ນນ້ຳ​ມັນ​ງີ​ເຊີນ​ເຂົ້າ​ເຄື່ອນ​ໄຫວ​ຕາມ​ແຜນ​ການ​ວາງ​ໄວ້.
         2 ຝ​່າຍ​ຍັງ​ແລກ​ປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ບັນ​ຫາ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ ແລະ ທະ​ເລ​ຕາ​ເວັນ​ອອກ ກໍ​ຄື​ບັນ​ຫາ​ສາ​ກົນ​ອື່ນໆ. ເປັນ​ເອ​ກະ​ສັນ​ກັນແກ້​ໄຂ​ການ​ຂັດ​ແຍ້ງ​ໂດຍ​ສັນ​ຕິ​ວິ​ທີ, ເຄົາ​ລົບ​ກົດ​ໝາຍ​ສ​າ​ກົນ​

    ພາຍຫຼັງ​ການ​ເຈ​ລະ​ຈາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽ​ດ​ນາມ ຫງວຽນ​ຊວນ​ຟຸກ​ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄູ​ເວດ Sheikh Jaber Mubarak Al-Hamad Al-Sabad ໄດ້​ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ບາງ​ສະ​ບັບ
ຂ່າວ/ບົດ​ອື່ນ