ບັນດາຜູ້ນຳຫວຽດ​ນາມກວດກາວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດຢູ່ທ້ອງຖິ່ນຕ່າງໆ


ບັນດາຜູ້ນຳຫວຽດ​ນາມກວດກາວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດຢູ່ທ້ອງຖິ່ນຕ່າງໆ - ảnh 1
ທ່ານທາງ​ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ​ຫງອກ​ທິ້ງ ​ໄປ​ຕິດ​ຕາມກວດ​ກາ​ວຽກ​ງານ​ເລືອກ​ຕັ້ງຢູ່​ແຂວງວິ້ງ​ຟຸກ

(vovworld)- ຕອນ​ເຊົ້າ​ວັນ​ທີ 21/5, ຄະ​ນະ​ປະ​ຕິ​ບັດ​ງານ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ​ໂດຍ​ທ່ານທາງ​ຮອງ​ປະ​ທານ​ປະ​ເທດ, ຮອງປະ​ທານສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ​ ດັ້ງ​ທິ​ຫງອກ​ທິ້ງ ເປັນ​ຫົວ​ໜ້າ​ຄະ​ນະ ໄດ້​ໄປ​ຕິດ​ຕາມກວດ​ກາ​ວຽກ​ງານ​ເລືອກ​ຕັ້ງສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດຊຸດ​ທີ 14 ແລະ ​ສະ​ມາ​ຊິກສະ​ພາ​ປະ​ຊາ​ຊົນ​ຂັ້ນ​ຕ່າງໆ​ອາ​ຍຸ​ການ 2016-2021 ຢູ່​ແຂວງວິ້ງ​ຟຸກ. ຜ່ານ​ການກວດ​ກາ, ທ່ານທາງ​ຮອງ​ປະ​ທານ​ປະ​ເທດ, ຮອງປະ​ທານສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ​ ດັ້ງ​ທິ​ຫງອກ​ທິ້ງ ໄດ້​ຕີ​ລາ​ຄາ​ສູງວຽກ​ງານ​ກະ​ກຽມ​ການ​ເລືອກ​ຕັ້ງ​ຂອງ​ແຂວງ, ຜ່ານນັ້ນ​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ຕອບ​ສະ​ໜອງ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ທຸກ​ຊັ້ນ​ຄົນ, ສ້າງ​ບັນ​ຍາ​ກາດ​ຟົດ​ຟື້ນ​ມ່ວນ​ຊື່ນ​ໃນ​ໝູ່​ປະ​ຊາ​ຊົນ, ຕັ້ງ​ໜ້າ​ເສີມ​ຂະ​ຫຍາຍ​ປະ​ຊາ​ທິ​ປະ​ໄຕ, ເຂົ້າ​ຮ່ວມ​ວັນ​ເລືອກ​ຕັ້ງ​ຢ່າງ​ຫ້າວ​ຫັນ. ທ່ານທາງ​ຮອງ​ປະ​ທານ​ປະ​ເທດ, ຮອງປະ​ທານສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ​ ດັ້ງ​ທິ​ຫງອກ​ທິ້ງ ສະ​ເໜີ​ແຂວງວິ້ງ​ຟຸກ ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ນຳ​ພາ, ບໍ​ລິ​ຫານ, ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງບັນ​ດາອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ເພື່ອ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ສ​ຳ​ເລັດ​ຜົນ. ກ່ອນ​ໜ້ານັ້ນ, ວັນ​ທີ 20/5, ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ອວງ​ຈູ​ລິວ ກ​ໄດ້​ລົງ​ໄປ​ກວດ​ກາ, ​ຕິດ​ຕາມກວດ​ກາ​ວຽກ​ງານ​ເລືອກ​ຕັ້ງສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດຊຸດ​ທີ 14 ແລະ ​ສະ​ມາ​ຊິກສະ​ພາ​ປະ​ຊາ​ຊົນ​ຂັ້ນ​ຕ່າງໆ​ອາ​ຍຸ​ການ 2016-2021 ຢູ່​ແຂວງຮຶງ​ອຽນ.

 

ຂ່າວ/ບົດ​ອື່ນ