ບັນດາຜູ້ນຳຫວຽດນາມສົ່ງໂທລະເລກອວຍພອນວັນຊາດລາວ

   ບັນດາຜູ້ນຳຫວຽດນາມສົ່ງໂທລະເລກອວຍພອນວັນຊາດລາວ - ảnh 1

(vovworld)- ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ 38 ປີ​ແຫ່ງວັນຊາດ​ລາວ ( 2/12/1975​-​2/12/2013) ວັນ​ທີ 1/12, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ້ຈ້ອງ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີ້​ນຢຸງ ​ແລະ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໄດ້ສົ່ງ​ໂທລະ​ເລກ​ອວຍພອນ​ເຖິງ​ທ່ານເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາ​ຊົນປະຕິວັດ​ລາວ, ປະທານ​ປະ​ເທດລາວ ຈູມ​ມາລີ​ໄຊ​ຍະ​ສອນ, ທ່ານ​ນາຍົກລັດຖະມົນຕີລາວ ທອງ​ສິງ​ທຳ​ມະ​ວົງ ​ແລະ ທ່ານນາງ​ປະທານ​ສະພາ​ແຫ່ງ​ຊາດລາວ ປານີ​ຢາ​ທໍ​ຕູ້.

   ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ປະທານ​ຄະນະ​ກຳມາ​ທິການ​ຮ່ວມ​ມື​ຫວຽດນາມ - ລາວ ຫງວຽນ​ຊວນ​ຟຸກ ກໍ​ໄດ້​ສົ່ງ​ໂທລະ​ເລກ​ອວຍພອນ​ເຖິງ ທ່ານ​ຮອງ​ນາຍົກລັດຖະມົນຕີ, ປະທານ​ຄະນະ​ກຳມາ​ທິການ​ຮ່ວມ​ມື​ ລາວ - ຫວຽດນາມ ສົມ​ສະຫວາດ ​ເລັງສະຫວັດ. ທ່ານຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຝ້າ​ມບິງ​ມິນ ​ແລະ ຫົວໜ້າ​ຄະນະ​ພົວພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກກອມ​ມູນິດ​ຫວຽດນາມ​ ກໍ​ໄດ້​ສົ່ງ​ໂທລະ​ເລກ​ອວຍພອນ​ເຖິງທ່ານຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ລາວ, ຫົວໜ້າ​ຄະນະ​ພົວພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກປະຊາຊົນ​ປະຕິວັດ​ລາວ ທອງ​ລຸນ​ສີ​ສຸ​ລິດ.
ສ່ວນ​ໜັງ​ສື​ພິມ​ຫວຽດນາມ ສະບັບ​ຕ່າງ​ໆ​ອອກ​ວັນ​ທີ 2/12 ​ໄດ້​ລົງ​ພິມ​ຂ່າວ ​ແລະ ບົດ​ກ່ຽວ​ກັບ​​ສະ​ເຫຼີ​ມສະຫຼອງວັນຊາດ ສປປ ລາວ ຄົບຮອບ 38 ປີ.

ຂ່າວ/ບົດ​ອື່ນ