ບັນດາຜູ້ອອກສະໝັກຮັບເລືອກຕັ້ງດຳເນີນບັນດາການຂົນຂວາຍຫາສຽງໃນເວລາສຸດທ້າຍ

ບັນດາຜູ້ອອກສະໝັກຮັບເລືອກຕັ້ງດຳເນີນບັນດາການຂົນຂວາຍຫາສຽງໃນເວລາສຸດທ້າຍ - ảnh 1
ທ່ານ​ນາງ Hillary Clinton ​ແລະ ທ່ານ Donald Trump
(ພາບ: Getty)

(vovworld) – ​ ວັນ​ທີ 06/11, ຜູ້​ມີ​ສິດ​ເລືອກ​ຕັ້ງ ອາ​ເມ​ລິ​ກາ ຢູ່ ລັດ Florida ​ແລະ North Carolina ສືບ​ຕໍ່​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ໃນ​ການ​ປ່ອນ​ບັດ​​ໂດຍ​ໄວ. ໝາກຜົນ​ແຫ່ງ​ການຢ່ັງ​ຫາງ​ສຽງ​ໃຫ້​​ເຫັນ​ວ່າ ການລືບ​ກັນ​ຢ່າງ​ວຸດ​ວິດ ​ລະຫວ່າງ​ຜູ້​ອອກ​ສະໝັກ​ຮັບ​ເລືອ​ກຕັ້ງ​ປະທານາທິບໍດີສັງກັດພັກປະຊາທິປະ​ໄຕ ທ່ານ​ນາງ Hillary Clinton ​ແລະ ພັກສາ​ທາ​ລະນະທ່ານ Donald Trump. ທີ່​ລັດ Florida ຜູ້​ມີ​ສິດ​ເລືອກ​ຕັ້ງ​ກ່ວາ 5 ລ້ານ​ຄົນ​ໄດ້​ໄປ​ປ່ອນ​ບັດ​ໃນ​ການ​ປ່ອນ​ບັດ​​ໂດຍ​ໄວ. ໝາກຜົນ​ແຫ່ງ​ການ​ຢ່ັງ​ຫາງ​ສຽງ​ໂດຍ Real Clear Politics ດຳ​ເນີນ​ໃຫ້​ເຫັນ​ວ່າ ປະຈຸ​ບັນ ທ່ານ​ນາງ Clinton ພວມ​ນຳ​ໜ້າ​ຄູ່​ແຂ່ງ 1% ຢູ່​ລັດ​ນີ້. ​ໃນ​ຂະນະ​ນັ້ນ ຢູ່ ລັດ North Carolina ວັນ​ທີ 06/11 ​ແມ່ນ​ວັນ​​ສຸດ​ທ້າຍ​ຂອງ​ການ​ປ່ອນ​ບັດ​ກ່ອນ​ຢູ່​ລັດ​ນີ້. ປະຈຸ​ບັນ ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ທັງ 2 ທ່ານ​ລ້ວນ​ແຕ່ ດຳ​ເນີນ​ບັນດາ​ການ​ຂົນຂວາຍຫາ​ສຽງ​ສະໜັບສະໜູນ​ໃນ​ເວລາ​ສຸດ​ທ້າຍ.

 

ຂ່າວ/ບົດ​ອື່ນ