ບັນ​ດາ​ຜູ້​ອອກຮັບ​ສາ​ໝັກ​ເລ​ືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິບ​ໍ​ດີ​ຂອງ​ພັກຊາ​ທິ​ປະ​ໄຕ​ຮຽກ​ຮ້ອງ​ໃຫ້​ປັບ​ປຸງ​ການ​ຄວມຄຸ​ມກວດກ​າປືນ, ລູກປືນ

(VOVWORLD) -ວັນທີ 29 ກໍລະກົດ, ບັນດາຜູ້ອອກຮັບສະໝັກເລືອກຕັ້ງເພື່ອຮັບດຳລົງຕຳແໜ່ງເປັນປະທານາທິບໍດີ ອາເມລິກາ ໃນປີ 2020 ຂອງ ພັກປະຊາທິປະໄຕໄດ້ອອກສຽງຮຽກຮ້ອງການຄວມຄຸມກວດກາປືນ, ລູກປືນພາຍຫຼັງເຫດຍິງປືນທີ່ເກີດຂຶ້ນໃນວັນທີ 28 ກໍລະກົດ ຢູ່ Gilroy, ລັດ California ເຮັດໃຫ້ 3 ຄົນຖືກເສຍຊີວິດ.
ບັນ​ດາ​ຜູ້​ອອກຮັບ​ສາ​ໝັກ​ເລ​ືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິບ​ໍ​ດີ​ຂອງ​ພັກຊາ​ທິ​ປະ​ໄຕ​ຮຽກ​ຮ້ອງ​ໃຫ້​ປັບ​ປຸງ​ການ​ຄວມຄຸ​ມກວດກ​າປືນ,  ລູກປືນ - ảnh 1 ພາບປະກອບ: ສະຖານທີ່ເກີດເຫດຍິງປືນຢູ່ງານບຸນກະທຽມ Gilroy (ພາບ: AFP/TTXVN)

ທ່ານ Kamala Harris ສະມາຊິກສະພາສູງລັດ California, ຜູ້ທີ່ໃຫ້ຄຳໝັ້ນສັນຍາຈະຊຸກຍູ້ການຄວບຄຸມກວດກາປືນ, ລູກປືນຖ້າຫາກວ່າໄດ້ຮັບເລືອກຕັ້ງເປັນປະທານາທິບໍດີ ອາເມລິກາ, ແລະທ່ານໄດ້ເອີ້ນເຫດຍິງປືນຢູ່ງານບຸນກະທຽມ Gilroy ປະຈຳປີແມ່ນເຫດທີ່ນອງເລືອດ.

        ທ່ານ Julian Castro ອະດີດລັດຖະມົນຕີກະຊວງພັດທະນາ ເຄຫາ ແລະ ຕົວເມືອງ ອາເມລິກາ,ໂດຍເປັນໜຶຶ່ງໃນຜູ້ອອກຮັບສະໝັກເລືອກຕັ້ງດຳລົງຕຳແໜ່ງເປັນປະທານາທິບໍດີ ອາເມລິກາຂອງພັກປະຊາທິປະໄຕໄດ້ເນັ້ນໜັກວ່າ ຕ້ອງເຮັດຫຼາຍກ່ວາອີກເພື່ອສະກັດກັ້ນບັນດາເຫດການບຸກໂຈມຕີທີ່ນອງເລືອດຄືດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ