ບັນດາຜະລິດຕະພັນກະເສດຂອງຫວຽດນາມ ໄດ້ຍາດແຍ່ງໂອກາດທີ່ດີຈາກ ສັນຍາ UKVFTA

(VOVWORLD) -ຕອນບ່າຍວັນທີ 15 ມີນາ, ຢູ່ຮ່າໂນ້ຍ, ກະຊວງອຸດສາຫະກໍາການຄ້າ ແລະ ສະຖານທູດອັງກິດ ປະຈໍາ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມ “ປີທໍາອິດຂອງການປະຕິບັດສັນຍາການຄ້າເສລີ ຫວຽດນາມ - ອັງກິດ ແລະ ອຽກລັງເໜືອ (UKVFTA) : ຜົນງານທີ່ໂດດເດັ່ນ ແລະການກຳນົດທິດໄລຍະ ທີ່ຈະມາເຖິງ"ຕາມຮູບການທາງໄກ.
ບັນດາຜະລິດຕະພັນກະເສດຂອງຫວຽດນາມ ໄດ້ຍາດແຍ່ງໂອກາດທີ່ດີຈາກ ສັນຍາ UKVFTA - ảnh 1ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ເຈີ່ນກວກແຄ໋ງ ກ່າວຄຳເຫັນທີ່ກອງປະຊຸມ

     ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ເຈີ່ນກວກແຄ໋ງ ໄດ້ຮັບຮູ້ບັນດາໝາກຜົນທີ່ດີພາຍຫຼັງ 1 ປີແຫ່ງການຜັນຂະຫຍາຍປະຕິບັດສັນຍາ UKVFTA. ລະອຽດແມ່ນ ວົງເງິນການຄ້າ ສອງຝ່າຍລະຫວ່າງຫວຽດນາມ ແລະ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ໃນປີ 2021 ບັນລຸກວ່າ 6,6 ຕື້ USD, ເພີ່ມຂຶ້ນກວ່າ 17%. ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເນັ້ນໜັກວ່າ:

“ ການປະກອບສ່ວນຢ່າງໃຫຍ່ຫຼວງທີ່ສຸດຂອງສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ອັງກິດ ແມ່ນຊ່ວຍຮັກສາການພົວພັນການຄ້າເສລີລະຫວ່າງຫວຽດນາມ ແລະ ອັງກິດ ບໍ່ຖືກຕັດຕອນ. ສັນຍາໄດ້ມີຫຼາຍມາດຕະການເພື່ອຊຸກຍູ້ການພັດທະນາການຄ້າສອງຝ່າຍ. ພິເສດ, ພາສີນຳເຂົ້າ ອັງກິດ ຈະຖືກຫຼຸດຜ່ອນເຖິງ 99,2% ພາຍໃນ 6 ປີ, ສ້າງເງື່ອນໄຂສະດວກ ໃຫ້ແກ່ສິນຄ້າສົ່ງອອກຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ