ບັນດາຜະລິດຕະພັນພິເສດຂອງລາວໄດ້ແນະນຳຢູ່ນະຄອນໂຮ່ຈິມີນ

(VOVWORLD) -ແຕ່ວັນທີ 24 – 28 ມັງກອນ, ຢູ່ສວນສາທາລະນະ ເລວັນຕາມ ນະຄອນ ໂຮ່ຈິມີນ, ສະຖານກົງສູນໃຫຍ່ ສປປ ລາວ ຢູ່ ນະຄອນໂຮ່ຈິມີນ ໄດ້ຈັດຕັ້ງ “ສັບປະດາແນະນຳບັນດາຜະລິດຕະພັນສິນຄ້າຂອງວິສາຫະກິດມາຈາກລາວ”
ບັນດາຜະລິດຕະພັນພິເສດຂອງລາວໄດ້ແນະນຳຢູ່ນະຄອນໂຮ່ຈິມີນ - ảnh 1ຫົວຫນ້າສະຖານກົງສູນໃຫຍ່ ສປປ ລາວ ປະຈຳນະຄອນໂຮ່ຈິມີນ ກ່າວຄຳເຫັນທີ່ງານຖະແຫລງຂ່າວ 

ນີ້ແມ່ນເຫດການພົວພັນດ້ານການຄ້າໃຫຍ່ສຸດຂອງ ລາວ ຊື່ງຖືກຈັດຂຶ້ນຢູ່ນະຄອນໂຮ່ຈິມີນ ນັບແຕ່ກອ່ນມາຮອດປະຈຸບັນ.

        ນະທີ່ນີ້, ບັນດາວິສາຫະກິດຂອງລາວ ແລະ ວິສາຫະກິດຂອງຫວຽດນາມ ພວມລົງທຶນຢູ່ລາວ ໄດ້ວາງສະແດງ ແລະ ແນະນຳຜະລິດຕະພັນພິເສດຂອງລາວເກືອບ 140 ປະເພດຄື: ຊີ້ນງົວແຫ້ງ, ເຂົ້າສານ, ຊາ, ກາເຟ, ຜັກ, ໝາກໄມ້, ເຄື່ອງເອຢ້ອງ, ເຄື່ອງຫັດຖະກຳສິລະປະກຳ… ເນື່ອງໃນໂອກາດນີ້ ສະຖານກົງສູນໃຫຍ່ ສປປ ລາວ ກໍ່ໄດ້ແນະນຳສິລະປະການຮ້ອງລຳທຳເພງພື້ນເມືອງ ແລະ ວັດທະນະທຳອາຫານການກິນຂອງລາວ ທີ່ເຫດການນີ້.

ຕອບກັບ

ຂ່າວ/ບົດ​ອື່ນ