ບັນດາຜູ້ແທນສະພາປະຊາຊົນຂັ້ນນະຄອນເອົາໃຈໃສ່ເຖິງບັນຫາທະເລຕາເວັນອອກ

ບັນດາຜູ້ແທນສະພາປະຊາຊົນຂັ້ນນະຄອນເອົາໃຈໃສ່ເຖິງບັນຫາທະເລຕາເວັນອອກ - ảnh 1
(ທ່ານ​ເຈີ​ນທໍ້, ​ເລ​ຂາ​ຄະນະ​ພັກ​ນະຄອນ,
ປະທານ​ສະພາ​ປະຊາຊົນ​ນະຄອນ​ດ່າ​ນັ້ງ)

(vovworld) – ຕອນ​ເຊົ້າ​ວັນ​ທີ 08/07, ກອງ​ປະຊຸມ​ຄັ້ງ​ທີ 14 ສະພາ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ຊຸ​ດທີ 8 ໄດ້ໄຂຂຶ້ນຢູ່ນະຄອນ ໂຮ່ຈີມິນ. ນອກຈາກ​ບັນດາ​ບັນຫາ​ຄື: ​ເລືອກ​ຕັ້ງເພີ່ມເຕີມຕຸລາກິດປະຊາຊົນ​ຂັ້ນ​ເມືອງ ແລະ ຂັ້ນ​ນະຄອນ, ຮັບຮອງ​ເອົາມະຕິ​ກ່ຽວ​ກັບ​ວຽກ​ງານ​ຕິດຕາມ​ກວດກາ​ໂຄງການ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ​ຢູ່​ນະຄອນ​ແຕ່​ປີ 2011 ​ຮອດ​ປະຈຸ​ບັນ… ບັນຫາ​ຮັບປະກັນສະຖຽນລະພາບດ້ານ​ເສດຖະກິດ​ ສັງຄົມ ​ໃນ​ສະພາບ​ທີ່​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ ຈະ​ໄດ້​ຮັບ​ການ​ປຶກສາ​ຫາລື​ຢ່າງລະອຽດ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ນາງ​ປະທານ​ສະພາ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ຫງວຽນ​ທິ​ເຕີມ​ກວຽດ ​ເນັ້ນ​ໜັກ​ວ່າ.

        “ຕໍ່​ໜ້າ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໃນ​ປະຈຸ​ບັນ, ດ້ວຍ​ບົດບາດ​ເປັນ​ນະຄອນ​ນຳ​ໜ້າດ້ານ​ເສດຖະກິດທົ່ວ​ປະ​ເທດ, ນະຄອນ​ໂຮ່ຈິ​ມິນ ຕ້ອງ​ສູ້​ຊົນ​ປະຕິບັດ​ສຳ​ເລັດ​ບັນດາ​ຄາດໝາຍ​ທີ່​ໄດ້​ວາງ​ອອກ, ມີ​ການ​​ເຄື່ອນ​ໄຫວຢ່າງ​ແທດ​ຈິງ, ຕໍ່​ສູ້​ຮຽກຮ້ອງ​​ຈີນ ຖອນ​ຮ້ານ​ເຈາະ​ນ້ຳມັນ ​ແລະ ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ຂ້າພະ​ເຈົ້າ​ຮຽກຮ້ອງ​ໃຫ້​ບັນດາ​ຜູ້​ແທນຍົກ​ສູງຄວາມ​ຮັບຜິດຊອບ, ມີຄຳເຫັນ​ປະກອບທີ່​ສຳຄັນ, ສູ້​ຊົນ​ສຳ​ເລັດ​ບັນດາ​ຄາດໝາຍ​ໃນ​ປີ 2014”.

        ​ໃນ​ຂະນະ​ນັ້ນ, ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ​ສະພາ​ປະຊາຊົນ​ນະຄອນ​ດ່າ​ນັ້ງ ຄັ້ງ​ທີ 10, ທ່ານ​ເຈີ​ນທໍ້, ​ເລ​ຂາ​ຄະນະ​ພັກ​ນະຄອນ, ປະທານ​ສະພາ​ປະຊາຊົນ​ນະຄອນ​ດ່າ​ນັ້ງ ​ໃຫ້​ຮູ້​ວ່າ ກອງ​ປະຊຸມ​ນີ້​ຈະ​ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ​ການ​ຄັດຄ້ານ​ຈີນ ຕັ້ງຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ.

ຂ່າວ/ບົດ​ອື່ນ