ບັນດາຝ່າຍຄ້ານຢູ່ອີຢີບ ລົງນາມໃນຂໍ້ຕົກລົງເຈລະຈາ

ບັນດາຝ່າຍຄ້ານຢູ່ອີຢີບ ລົງນາມໃນຂໍ້ຕົກລົງເຈລະຈາ - ảnh 1
ບັນດາ​ພັກ​ຝ່າຍ​ຄ້ານ​ຢູ່​ອີ​ຢີບ ​ໄດ້​ພົບ​ປະ ​ແລະ ລົງ​ນາມ​ໃນ​ຂໍ້​ຕົກ​ລົງ
​ກ່າວ​ປະນາມ​ສະພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ
(ພາບ: AFP)


(vovworld) -     ວັນ​ທີ 31/01, ຢູ່​ນະຄອນຫຼວງ ກາຍ​ໂຣ, ບັນດາ​ພັກ​ຝ່າຍ​ຄ້ານ​ຢູ່​ອີ​ຢີບ ​ໄດ້​ພົບ​ປະ ​ແລະ ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ກ່າວ​ປະນາມ​ສະພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​, ພ້ອມ​ທັງ​ສ້າງ​ກົນ​​ໄກ​ເຈລະຈາ​ປອງ​ດອງ​ຊາດ​ເພື່ອ​​ແນ​ໃສ່ນຳ​ປະ​ເທດ​ນີ້​ຫຼຸດ​ພົ້ນອອກ​ຈາກ​ວິ​ກິດ​ການປະຈຸ​ບັນ. ການ​ພົບ​ປະ​ໂດຍ​ສະຖານ​ບັນ​ສາສະໜາ​ອັນ​ດັບ​ໜຶ່ງ​ຂອງ​ອີ​ຍີບ, Al – Azhar, ອຸປະຖຳດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ການ​ນຳ​ຂອງ​ພັກ​ຝ່າຍຄ້ານ​ຕ່າງໆ, ​ໃນ​ນັ້ນ​ມີ​ກຸ່ມ​ຝ່າຍ​ຄ້ານ​ຕົ້ນ​ຕໍ່ “​ແນ​ວ​ໂຮມ​ປົກ​ປັກ​ຮັກສາ​ແຫ່ງ​ຊາດ” (NSF), ທ່ານ Mohamed El – Bradei, ນັກ​ການ​ເມືອງ​​ເດີນຕາມ​ແນວ​ໂນ້ມ​ເສລີ ​ແລະ ​ແມ່ນ​ອະດີດນັກ​ການ​ທູດ​; ທ່ານ Amr Moussa, ອະດີດ​ປະທານ​ສະຫະພັນ​ອາຣັບ (AL); ຫົວໜ້າ​ບັນດາ​ພັກ​ຝ່າຍ​ອິດສະ​ລາມ ຄືພັກ “​ເສລີ ​ແລະ ຍຸດຕິ​ທຳ” (FJP) ສັງກັດ​ອົງການ “ອ້າຍ​ນ້ອງອິດສະ​ລາມ”, ພັກ Salafist al – Nour, ພັກ al – Wasat ​ເດີນຕາມ​​ແນວ​ໂນ້ມ​ສະຫງົບ ​ແລະ ບັນດາ​ພັກ​ຝ່າຍ​ອື່ນໆ.

ຂ່າວ/ບົດ​ອື່ນ