ບັນດາຝ່າຍຄ້ານລີບີລົງນາມໃນຂໍ້ຕົກລົງສ້າງຕັ້ງລັດຖະບານສາມັກຄີຊົນຊາດ

ບັນດາຝ່າຍຄ້ານລີບີລົງນາມໃນຂໍ້ຕົກລົງສ້າງຕັ້ງລັດຖະບານສາມັກຄີຊົນຊາດ - ảnh 1
ທູດພິເສດທ່ານ Martin Kobler (ພາບ: ikazeiwacu.fr)

(vovworld) - ວັນ​ທີ 17/12, ຢູ່​ນະຄອນ​ແຄມ​ຝັ່ງ​ທະ​ເລ Skhirat, ທາງ​ພາກ​ເໜືອ Maroc, ບັນດາ​ຝ່າຍ​ຄ້ານ​ລີ​ບີ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ສັນຕິພາບ ​ໂດຍ​ສະຫະ​ປະຊາ​ຊາດ​ອຸປະຖຳ ​ເພື່ອສ້າງ​ຕັ້ງ​ລັດຖະບານ​ສາມັກຄີ​ຊົນ​ຊາດ. ບັນດາ​ຜູ້​ສະໜັບສະໜູນ​ຂໍ້​ຕົກລົງ​ຫວັງ​ວ່າ, ບັນດາ​ພັກ​ຝ່າຍ​ການ​ເມືອງ​ທີ່​ເປັນ​ປໍ​ລະ​ປັກ​ຢູ່​ລີ​ບີ ຈະ​ປະຕິບັດ​ຂໍ້​ຕົກລົງ, ​ເຫັນ​ດີ​ເປັນ​ເອກະ​ພາບ​ຕໍ່​ການ​ຢຸດ​ຍິງ, ​ເພື່ອ​ສາມາດ​ພ້ອມ​ກັນ​ຕ້ານ​ກຸ່ມ​ລັດ​ອິດສະ​ລາມ (IS) ອ້າງ​ຊື່​ເອງ. ຕາມ​ຂໍ້​ຕົກລົງ​ດັ່ງກ່າວ, ສະພານາຍົກ​ລັດຖະມົນຕີ​ລວມມີສະມາຊິກ 9 ທ່ານ ຈະ​ສ້າງ​ຕັ້ງ​ລັດຖະບານ​ໃໝ່ ​ແລະ ສະພາ​ຕຳ່ ​ເຊິ່ງ​ໄດ້​ຮັບ​ການ​ຮັບຮອງ​ຈາກ​ສາກົນ ຈະ​ແມ່ນ​ອົງການ​ນິຕິບັນຍັດ​ຕົ້ນຕໍ ​ແລະ ສະພາ​ແຫ່ງ​ລັດ ຈະ​ແມ່ນ​ອົງການ​ທາ​ບທາມ​ທີ 2. ສະພາ​ປະທານາທິບໍ​ດີ​ ຈະ​ປະກາດ​ພາກສ່ວນ​ລັດຖະບານ​ໃໝ່​ໃນ​ຮອບ​ເວລາ 1 ​ເດືອນ ​ແລະ ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ຈະ​ຍົກ​ອອກ​ມະຕິ​ໜຶ່ງ​ກ່ຽວ​ກັບ​ເລື່ອງ​ນີ້.

ຂ່າວ/ບົດ​ອື່ນ