ບັນດາຝ່າຍຕ້ອງປະກອບສ່ວນຕັ້ງໜ້າເພື່ອຮັກສາສັນຕິພາບ,ການຮ່ວມມືຢູ່ທະເລຕາເວັນອອກ

ບັນດາຝ່າຍຕ້ອງປະກອບສ່ວນຕັ້ງໜ້າເພື່ອຮັກສາສັນຕິພາບ,ການຮ່ວມມືຢູ່ທະເລຕາເວັນອອກ - ảnh 1
ທ່ານ ເລ​ຫາຍ​ບີງ

(vovworld) - ທີ່​ການ​ປະ​ຊຸມ​ຂ່າວ​ປ​ະ​ຈຳ​ເດືອນ ຈັດ​ຕັ້ງ​ໃນ​ຕອນ​ບ່າຍ​ວັນ​ທີ 22/9, ຢູ່​ຮ່າ​ໂນ້ຍ, ໂຄ​ສົກ​ກ​ະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ເລ​ຫາຍ​ບີ່ງ ໄດ້​ຕອບ​ຄ​ຳ​ຖາມ​ຂອງ​ນັກ​ຂ່າວ​ພາຍ​ໃນ ແລະ ສາ​ກົນ ກ່ຽວຂ້ອງ​ເຖິງ​ບັນ​ດາ​ການ​ຜັນ​ແປມໍ່ໆ​ມານີ້​ຢູ່​ທະ​ເລ​ຕາ​ເວັນ​ອອກ. ເມື່ອ​ຕ​ອ​ບ​ຄຳ​ຖາມ​ກ່​ຽວ​ຂ້ອງ​ເຖິງ​ຖະ​ແຫຼງ​ການ​ຂອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຍີ່​ປຸ່ນ ກ່ຽວ​ກັບ​ເລື່ອງ​ເພີ່ມ​ທະ​ວີ​ການ​ລາດ​​ຕະ​ເວນ​ຮ​່ວມ​ກັບ ອາ​ເມ​ລິ​ກາ ຢູ່​ທ​ະ​ເລ​ຕາ​ເວັນ​ອອກ, ເລື່ອງ ລັດ​ເຊຍ ແລະ ຈີນ ຊ້ອມ​ຮົບ​ຮ່ວມ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ໂຄ​ສົກ​ກ​ະ​ຊ​ວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ເລ​ຫາຍ​ບີ່ງ ໃຫ້​ຮູ້​ວ່າ:

        “ເຊິ່ງ​ແມ່ນ​ປະ​ເທດ​ແຄມ​ທະ​ເລ ແລະ ກໍ​່​ແມ່ນ​ສະ​ມາ​ຊິກ​ຂອງ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982. ຫວຽດ​ນາມ ຖື​ວ່າ ທຸກໆ​ການ​ເຄື່ອນ​ໄຫວ ລວມ​ທັງບັນ​ດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ທ​ະ​ຫານ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຕ້ອງ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ກຳ​ນົດ, ກົດ​ໝາຍ​ສາ​ກົນ, ພິ​ເສດ​ແມ່ນ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ຫວຽດ​ນາມ ກໍ່​ຫວັງ​ວ່າ​ທຸກໆ​ປະ​ເທດ​ປະ​ກ​ອບ​ສ່ວ​ນ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ, ຄວາມ​ປອດ​ໄພ​ກ​ານ​ເດີນ​ທະ​ເລ ແລະ​ການ​ບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ກໍ່​ຄື​ຢູ່​ພາກ​ພື້ນ ອາ​ຊີ ປາ​ຊີ​ຟິກ.”

ກ່ຽວ​ກັບ​ປະ​ຕິ​ກິ​ລິ​ຍາ​ຂອງ​ຫວຽດ​ນາມ​ຕໍ່​ຂ່າວ​ຄາວ​ວ່າ ໄຕ້​ຫວັນ(ຈີນ) ພວມກໍ່​ສ້າງ​ບາງ​ຮາກ​ຖານ​ຢູ່​ເກາະ ບາ​ບີງ​ຂຶ້ນ​ກັບ​ໝູ່​ເກາະ​ເຈື່ອງ​ຊາ ແລະ ບັນ​ດາ​ຮາກ​ຖານນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ເພື່ອ​ຮັບ​ໃຊ້​ຈຸດ​ປະ​ສົງ​ການ​ທະ​ຫານ. ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຫາຍ​ບີງ ຊີ້​ແຈ້ງວ່າ:

        “ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ຂອງ​ຫວຽດ​ນາມ ພວມກວດ​ກາ​ຢັ້ງ​ຢືນຂ່າວ​ຄາວດັ່ງ​ກ່າວ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂ້າ​ພະ​ເຈົ້າ​ຢືນ​ຢັນ​ວ່າ ຫວຽດ​ນາມ​ໄດ້​ຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ຂອງ​ຕົນ​ສຳ​ລັບ​ໝູ່​ເກາະ​ເຈື່ອງ​ຊາ​ເປັນ​ຫລາຍ​ຄັ້ງ​ແລ້ວ, ສະ​ນັ້ນ ຝ່າຍ​ໄຕ້​ຫວັນ​ຢືດ​ຄອງ ແລະ ດຳ​ເນີນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຢູ່​ເຂດນີ້​ແມ່ນ​ຜິດ​ກົດ​ໝາຍ ແລະ ລ່ວງ​ລ້ຳ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ​ຢ່າງ​ຮ້າຍ​ແຮງ. ຫວຽດ​ນາມ ເດັດ​ດ່ຽວ​ຄັດ​ຄ້ານ.”

ຂ່າວ/ບົດ​ອື່ນ