ບັນ​ດາ​ຝ່າຍ​ປະ​ທະ​ກັນ ກ່າວ​ຫາ​ກັນ​ບໍ່​ເຄົາ​ລົບ​ຄຳ​ສັ່ງ​ຢຸດ​ຍິງ

(VOVWORLD) - ບັນດາຝ່າຍປະທະກັນຢູ່ ຊູດັງ ໄດ້ຕົກລົງເຫັນດີຢຸດຍິງໃນຮອບເວລາ 24 ຊົ່ວໂມງ, ເລີ່ມແຕ່ເວລາ 18 ໂມງ ຂອງວັນທີ 18 ເມສາ (ຕາມເວລາທ້ອງຖິ່ນ), ຕາມຄຳຮຽກຮ້ອງຂອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ແລະ ຈະບໍ່ແກ່ຍາວເວລາທີ່ສອງຝ່າຍໄດ້ຕົກລົງກັນ. 
ບັນ​ດາ​ຝ່າຍ​ປະ​ທະ​ກັນ ກ່າວ​ຫາ​ກັນ​ບໍ່​ເຄົາ​ລົບ​ຄຳ​ສັ່ງ​ຢຸດ​ຍິງ - ảnh 1ພາບຖ່າຍຈາກດາວທຽມ ເຮືອບິນການທະຫານຖືກມ້າງທຳລາຍໃນການປະທະກັນລະຫວ່າງ ກຳລັງກອງທັບ ຊູດັງ ແລະ RSF (ພາບ: AFP/TTXVN)

ວັນທີ 18 ເມສາ, ກອງທັບ ຊູດັງ ໄດ້ແຈ້ງໃຫ້ຊາບວ່າ ບັນດາຝ່າຍປະທະກັນຢູ່ ຊູດັງ ໄດ້ຕົກລົງເຫັນດີຢຸດຍິງໃນຮອບເວລາ 24 ຊົ່ວໂມງ, ເລີ່ມແຕ່ເວລາ 18 ໂມງ ຂອງວັນທີ 18 ເມສາ (ຕາມເວລາທ້ອງຖິ່ນ), ຕາມຄຳຮຽກຮ້ອງຂອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ແລະ ຈະບໍ່ແກ່ຍາວເວລາທີ່ສອງຝ່າຍໄດ້ຕົກລົງກັນ. ກ່ອນໜ້ານັ້ນ, ທ່ານລັດຖະມົນຕີການຕ່າງປະເທດ Antony Blinken ໄດ້ມີການໂອ້ລົມທາງໂທລະສັບກັບຜູ້ນຳກອງທັບ ຊູດັງ ແລະ ຜູ້ນຳກຳລັງປະຕິກິລິຍາໄວ (RSF) ເພື່ອປຶກສາຫາລືກ່ຽວກັບສະພາບການ ຊູດັງ. ຕາມຜູ້ນຳກຳລັງ RSF ແລ້ວ, ຄຳສັ່ງຢຸດຍິງນີ້ ເພື່ອແນໃສ່ຮັບປະກັນຄວາມປອດໄພໃຫ້ແກ່ການເດີນທາງຂອງສາມັນຊົນ ແລະ ການຍົກຍ້າຍຄົນເຈັບໄປບ່ອນທີ່ປອດໄພ.

        ເຖິງຢ່າງໃດກໍຕາມ, ໃນການຜັນແປຫຼ້າສຸດ, ພາຍຫຼັງຄຳສັ່ງຢຸດຍິງດັ່ງກ່າວມີຜົນສັກສິດ, ສຽງປືນກໍດັງຂຶ້ນຢູ່ນະຄອນຫຼວງ Khartoum. ໃນຂະນະນັ້ນ, ກອງທັບຊູດັງ ແລະ ກຳລັງ RSF ໄດ້ຍົກອອກຖະແຫຼງການກ່າວຫາກັນ ບໍ່ເຄົາລົບຄຳສັ່ງຢຸດຍິງ.


ຕອບກັບ

ຂ່າວ/ບົດ​ອື່ນ