ບັນດາຝ່າຍປະທະກັນຢູ່ ຊູດານ ເຫັນດີເປັນເອກະພາບຕໍ່ການກຳນົດເວລາຄຳສັ່ງຢຸດຍິງ

(VOVWORLD) - ອົງການທົ່ວໂລກນີ້ມີຄວາມວິຕົກວັງວົນຢ່າງເລິກເຊິ່ງ ກ່ຽວກັບຜົນກະທົບໃນຕໍ່ໜ້າ ແລະ ຍາວນານ ເຊິ່ງການປະທະກັນປະກອບອາວຸດໃນປະຈຸບັນຢູ່ ຊູດານ...
ບັນດາຝ່າຍປະທະກັນຢູ່ ຊູດານ ເຫັນດີເປັນເອກະພາບຕໍ່ການກຳນົດເວລາຄຳສັ່ງຢຸດຍິງ - ảnh 1ນະຄອນຫຼວງ Khartoum  ພາຍຫຼັງບັນດາເຫດບຸກໂຈມຕີ, ປະທະກັນລະຫວ່າງຝ່າຍຕ່າງໆ
(ພາບ:AFP/TTXVN)

ວັນທີ 30 ເມສາ, ກອງທັບ ຊູດານ ແລະ ບັນດາກຳລັງໜູນຊ່ວຍສຸກເສີນ (RSF) ໄດ້ພ້ອມກັນປະກາດຕໍ່ກຳນົດເວລາຄຳສັ່ງຢຸດຍິງທີ່ພວມປະກາດໃຊ້ຕື່ມອີກ 72 ຊົ່ວໂມງ. ນີ້ແມ່ນຂໍ້ຕົກລົງຫຼ້າສຸດໃນບັນດາຄຳສັ່ງຢຸດຍິງທີ່ທັງສອງຝ່າຍໄດ້ລະເມີດກ່ອນນັ້ນ.

        ຄຳສັ່ງຢຸດຍິງພວມປະກາດໃຊ້ໄດ້ຕໍ່ກຳນົດເວລາ ແຕ່ເວລາ 22 ໂມງ GMT ວັນທີ 30 ເມສາ (ກົງກັບ 5 ໂມງ ວັນທີ 1 ພຶດສະພາຕາມເວລາ ຮ່າໂນ້ຍ). ກອງທັບ ຊູດານ ໃຫ້ຮູ້ວ່າ ສອງຝ່າຍບັນລຸໄດ້ຂໍ້ຕົກລົງຕໍ່ກຳນົດເວລາຜ່ານບົດບາດຄົນກາງໄກ່ເກ່ຍຂອງ ອາເມລິກາ ແລະ ອາຣັບບິ ຊາອຸດິ.

        ວັນທີ 30 ເມສາ, ທ່ານ Stephane Dujarric, ໂຄສົກ ສປຊ ໃຫ້ຮູ້ວ່າ: ອົງການທົ່ວໂລກນີ້ມີຄວາມວິຕົກວັງວົນຢ່າງເລິກເຊິ່ງ ກ່ຽວກັບຜົນກະທົບໃນຕໍ່ໜ້າ ແລະ ຍາວນານ ເຊິ່ງການປະທະກັນປະກອບອາວຸດໃນປະຈຸບັນຢູ່ ຊູດານ ກໍ່ໃຫ້ເກີດ “ສຳລັບປະຊາຊົນ ຊູດານ ແລະ ທົ່ວພາກພື້ນ”. ອີກເທື່ອໜຶ່ງ, ສປຊ ຮຽກຮ້ອງໃຫ້ທຸກຝ່າຍຢູ່ ຊູດານ ປົກປ້ອງສາມັນຊົນ ແລະ ພື້ນຖານໂຄງລ່າງ, ສ້າງເງື່ອນໄຂສະດວກໃຫ້ວຽກງານ ອົບພະຍົບຢູ່ບັນດາເຂດປະທະກັນ, ກໍ່ຄືຮັບປະກັນຄວາມປອດໄພໃຫ້ແກ່ວຽກງານກູ້ໄພກູ້ຊີບ ແລະ ວຽກງານການແພດ.

ຕອບກັບ

ຂ່າວ/ບົດ​ອື່ນ