ບັນດາຝ່າຍພ້ອມແລ້ວກະກຽມໃຫ້ຮອບເຈລະຈາສັນຕິພາບຄັ້ງຕໍ່ໄປກ່ຽວກັບຊີຣີຢູ່ກາຊັກສະຖານ

(VOVWORLD) -ວັນທີ 15 ພຶດສະພາ, ກະຊວງການຕ່າງປະເທດ ກາຊັກສະຖານ ໄດ້ຊີ້ແຈ້ງວ່າ, ຮອບເຈລະຈາຄັ້ງຈະມາເຖິງກ່ຽວກັບຊີຣີ ຈະດຳເນີນຢູ່ນະຄອນຫຼວງ Astana ຂອງປະເທດກາຊັກສະຖານ ໃນລະຫວ່າງວັນທີ 14 – 15 ພຶດສະພາ ຈະມາເຖິງ.

ບັນດາຝ່າຍພ້ອມແລ້ວກະກຽມໃຫ້ຮອບເຈລະຈາສັນຕິພາບຄັ້ງຕໍ່ໄປກ່ຽວກັບຊີຣີຢູ່ກາຊັກສະຖານ - ảnh 1 ຮອບເຈລະຈາສັນຕິພາບເມື່ອປີ 2017

(ພາບປະກອບ: AFP/TTXVN)

ທຸກໆຝ່າຍທີ່ກ່ຽວຂ້ອງ ລວມທັງ 3 ປະເທດອຸປະຖຳແມ່ນລັດເຊຍ, ອີຣານ ແລະ ຕວກກີ, ລັດຖະບານ ແລະ ຝ່າຍຄ້ານປະກອບອາວຸດຢູ່ຊີຣີ ລ້ວນແຕ່ຢັ້ງຢືນຈະເຂົ້າຮ່ວມ.

      ແຈ້ງການກໍ່ໃຫ້ຮູ້ວ່າ, ຄະນະຜູ້ແທນຂອງສະຫະປະຊາຊາດ ໂດຍທູດພິເສດຂອງສະຫະປະຊາຊາດກ່ຽວກັບຊີຣີ ທ່ານ Staffan de Mistura ນຳໜ້າ  ແລະ ຄະນະຜູ້ແທນຈໍແດນ ກໍ່ຈະມີໜ້າຢູ່ Astana ດ້ວຍຖານະເປັນນັກສັງເກດການ.

      ຄາດວ່າ, ວັນທີ 14 ພຶດສະພາ, ບັນດາຝ່າຍຈະດຳເນີນການເຈລະຈາ 2 ຝ່າຍ, ຫຼາຍຝ່າຍຢູ່ຂັ້ນນັກຊ່ຽວຊານ ແລະ ວັນທີ 15 ພຶດສະພາຈະດຳເນີນວາລະປະຊຸມຄົບຄະນະ.

ຕອບກັບ

ຂ່າວ/ບົດ​ອື່ນ