ບັນ​ດາ​ຝ່າຍ​ຢູ່ ຊີ​ຣີ ເຫັນ​ດີ​ເລີ່​ມ​ດຳ​ເນີ​ນ​ການ​ຮຽບ​ຮຽງ​ລັດ​ຖະ​ທຳ​ມະ​ນູນ​ສະ​ບັບ​ໃໝ່

(VOVWORLD) -ເຈົ້າໜ້າທີ່ສອງທ່ານນີ້ ໄດ້ເຫັນດີກະກຽມ ແລະ ເລີ່ມດຳເນີນວິວັດການຮຽບຮຽງເນື້ອໃນປັບປຸງລັດຖະທຳມະນູນ. ນັບແຕ່ວັນທີ 18 ຕຸລາ, ຄະນະກຳມະການລັດຖະທຳມະນູນ ຊີຣີ (SCC) ຈະເລີ່ມດຳເນີນຮອບເຈລະຈາຄັ້ງທີ 6 ຢູ່ ເຊີແນວ.
ບັນ​ດາ​ຝ່າຍ​ຢູ່ ຊີ​ຣີ ເຫັນ​ດີ​ເລີ່​ມ​ດຳ​ເນີ​ນ​ການ​ຮຽບ​ຮຽງ​ລັດ​ຖະ​ທຳ​ມະ​ນູນ​ສະ​ບັບ​ໃໝ່ - ảnh 1ທ່ານ Geir Perdersen ທູດພິເສດ ສປຊ ຮັບຜິດຊອບບັນຫາ ຊີຣີ (ພາບ: AP)

ວັນທີ 17 ຕຸລາ, ທ່ານ Geir Perdersen ທູດພິເສດ ສປຊ ຮັບຜິດຊອບບັນຫາ ຊີຣີ ຢັ້ງຢືນວ່າ ບັນດາປະທານຮ່ວມ ຄະນະກຳມະການ ລັດຖະທຳມະນູນ ຊີຣີ (ລວມມີ ລັດຖະບານ ຊີຣີ ແລະ ຝ່າຍຄ້ານ) ເຫັນດີເລີ່ມດຳເນີນການຮຽບຮຽງເນື້ອໃນປັບປຸງລັດຖະທຳມະນູນຢູ່ປະເທດ ຕາເວັນອອກກາງນີ້.

ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ ເຊີແນວ (ປະເທດສະວິດ) ພາຍຫຼັງການພົບປະກັບປະທານຮ່ວມຄະນະກຳມະການລັດຖະທຳມະນູນ ຊີຣີ, ທ່ານ Geir Perdersen ໃຫ້ຮູ້ວ່າ ເຈົ້າໜ້າທີ່ສອງທ່ານນີ້ ໄດ້ເຫັນດີກະກຽມ ແລະ ເລີ່ມດຳເນີນວິວັດການຮຽບຮຽງເນື້ອໃນປັບປຸງລັດຖະທຳມະນູນ. ນັບແຕ່ວັນທີ 18 ຕຸລາ, ຄະນະກຳມະການລັດຖະທຳມະນູນ ຊີຣີ (SCC) ຈະເລີ່ມດຳເນີນຮອບເຈລະຈາຄັ້ງທີ 6 ຢູ່ ເຊີແນວ. ຕາມແຜນການແລ້ວ, ການເຈລະຈາຄັ້ງນີ້ຈະແກ່ຍາວເປັນເວລາ 01 ອາທິດ.


ຕອບກັບ

ຂ່າວ/ບົດ​ອື່ນ