ບັນດາຝ່າຍຢູ່ຊີຣີຮັບຮູ້ຈະເຂົ້າຮ່ວມການເຈລະຈາສັນຕິພາບຢູ່ເຊີແນວ

ບັນດາຝ່າຍຢູ່ຊີຣີຮັບຮູ້ຈະເຂົ້າຮ່ວມການເຈລະຈາສັນຕິພາບຢູ່ເຊີແນວ - ảnh 1
ທ່ານ Staffan de Misturaທູດ​ພິ​ເສດ​ຂອງ ສ​ປ​ຊ ກ່ຽວ​ກັບ​ບັນ​ຫາ​ຊີ​ຣີ
ພາບ:Reuters


(vovworld)- ວັນ​ທີ 21/3, ສະ​ຫະ​ປະ​ຊາ​ຊາດ ໃຫ້​ຮູ້​ວ່າ: ບັນ​ດາ​ຄະ​ນະ​ຜູ້​ຕາງ​ຫນ້າ​ຂອງ​ລັດ​ຖະ​ບານ ແລະ ບັນ​ດາ​ກຸ່ມ​ຝ່າ​ຍ​ຄ້ານ ຊີ​ຣີ ໄດ້​ຢືນ​ຢັນ​ຈະ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ຊື່ງ​ຄາດ​ວ່າ​ຈະ​ເລີ່ມ​ຕົ້ນ​ໃນ​ອາ​ທິດນີ້ ຢູ່ ເຊີ​ແນວ ປະ​ເທດ​ສະ​ວິດ ໂດຍບໍ່​ຫົວ​ຊາ​ຕໍ່​ການ​ປະ​ທະ​ກັນ​ສືບ​ຕໍ່​ເກີດ​ຂຶ້ນ​ຢູ່​ອ້ອມ​ແອ້ມ​ນະ​ຄອນ​ຫລວງ Damascus. ເມື່ອ​ແລກ​ປ່ຽນ​ກັບ​ວົງ​ການ​ນັກ​ຂ່າວ, ໂຄ​ສົກ ສະ​ຫະ​ປະ​ຊາ​ຊາດ Alessandra Vellucci ໃຫ້​ຮູ້​ວ່າ: ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ຄັ້ງ​ຕໍ່​ໄປ​ຈະ​ສຸມ​ໃສ່​ເຂົ້າ​ໃນ 4 ບັນ​ຫາ​ຄື​: ອຳ​ນາດ​ການ​ປົກ​ຄອງ, ບັນ​ດາ​ຂໍ້​ທີ່​ໄດ້​ຮັບ​ການ​ປັບ​ປຸງ​ໃນ​ລັດ​ຖະ​ທຳ​ມະ​ນູນ, ການ​ເລືອກ​ຕັ້ງ ແລະ ບັນ​ດາ​ມາດ​ຕະ​ການ​ຕ້ານກໍ່​ການ​ຮ້າຍ. ຕາມ​ທ່ານ Alessandra Vellucci ແລ້ວ,ທູດ​ພິ​ເສດ​ຂອງ ສ​ປ​ຊ ກ່ຽວ​ກັບ​ບັນ​ຫາ​ຊີ​ຣີ ທ່ານ Staffan de Mistura ປະ​ຈຸ​ບັນ ພວມ​ຢ້ຽມ​ຢາມ ລັດ​ເຊຍ, ຊາ​ອຸ​ດີ ອາ​ຣັບ​ບີ ແລະ ຕວກ​ກີ ເພື່ອ​ດຳ​ເນີນ​ການ​ທາບ​ທາມ​ຄຳ​ເຫັນກັບ​ວົງ​ການ​ເຈົ້າ​ຫ​ນ້າ​ທີ່​ຂອງ​ບັນ​ດາ​ປະ​ເທດນີ້​ກ່ອນ​ທີ່​ກັບ​ຄືນ​ເມືອ ເຊີ​ແນວ ເພື່ອ​ດຳ​ເນີນ​ການ​ເຈ​ລະ​ຈາ​ສັນ​ຕ​ິ​ພາບ. ຄາດ​ວ່າ ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ຄັ້ງ​ທີ 5 ລະ​ຫວ່າງ​ລັດ​ຖະ​ບານ ແລະ ຝ່າຍ​ຄ້ານ​ຢູ່ ຊີ​ຣີ ຈະ​ດ​ຳ​ເນີນ​ແຕ່​ວັນ​ທີ 23/3-1/4 ຈະ​ມາ​ເຖິງ.


ຕອບກັບ

ຂ່າວ/ບົດ​ອື່ນ