ບັນດາຝ່າຍຢູ່ຢູແກຼນກ່າວຫາກັນກ່ຽວກັບການຍິງປືນໃຫຍ່ໃສ່Donestk

ບັນດາຝ່າຍຢູ່ຢູແກຼນກ່າວຫາກັນກ່ຽວກັບການຍິງປືນໃຫຍ່ໃສ່Donestk - ảnh 1
(ພາບປະກອບ: RT)

​​(vovworld) - ກອງທັບ​ຢູ​ແກຼນ ​ແລະ ກຳລັງ​ທວງ​ເອົາ​ເອກະລາດ ​ໄດ້​ກ່າວ​ຫາ​ເຊິ່ງກັນ ​ແລະ ກັນ ກ່ຽວ​ກັບ​ເຫດ​ຍິງ​ປືນ​ໃຫຍ່​ໃສ່​ບັນດາ​ເຂດ​ຊຸມ​ຊົນ​ຢູ່​ນະຄອນ Donestk ​ໃນ​ຄໍ່າ​ຄືນ​ວັນ​ທີ 18/07. ນີ້​ແມ່ນ​ເຫດ​ບຸກ​ໂຈມ​ຕີ​ຄັ້ງ​ທຳ​ອິດ​ໃສ່​ບັນດາບໍລິ​ເວນ​ໃຈກາງ​ນະ​ຄອນ​ນີ້ ນັບ​ແຕ່​ເມື່ອ​ບັນ​ດາ​ຝ່າຍ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຢຸດ​ຍິງ Minsk ​ເມື່ອ​ເດືອນ 02/2015. ​ໃນ​ຂະນະ​ນັ້ນ, ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ຮ່ວມ​ມື​ເອີ​ລົບ, ອົງການ​ຕິດຕາມ​ກວດກາ​ຄຳ​ສັ່ງ​ຢຸດ​ຍິງ ​ໄດ້​ຢັ້ງຢືນ​ວ່າ ທັງ 2 ຝ່າຍ​ລ້ວນ​ແຕ່​ຖອນ​ປືນໃຫຍ່ອອກ​ຈາກບໍລິ​ເວນ​ເສັ້ນ​ຊາຍ​ແດນ​ຕາມ​ຄຳ​ຮຽກຮ້ອງ​ຂອງ​ຂໍ້​ຕົກລົງ Minsk.

ຂ່າວ/ບົດ​ອື່ນ