ບັນ​ດາ​ຝ່າຍ​ຢູ່​ລີ​ບີ ຖີ້ມ​ໂທດ​ໃສ່​ກັນ ກ່ຽວ​ກັບການປະ​ລາ​ໄຊ​ຂອງ​ແຜນ​ການ​ຈັດ​ຕັ້ງ​ກາ​ນ​ເລືອກ​ຕັ້ງ

(VOVWORLD) -ທ່ານ Khaled al-Meshri ຍົກໃຫ້ເຫັນຢ່າງຈະແຈ້ງວ່າ ສະພາແຫ່ງຊາດ ບໍ່ສາມາດສ້າງພື້ນຖານລັດຖະທຳມະນູນ ແລະ ກົດໝາຍວ່າດ້ວຍການເລືອກຕັ້ງໄດ້, ກໍ່ຄືການຂາດກຳລັງຄວາມສາມາດຂອງ HNEC ໃນການແນະນຳຈັດການເລືອກຕັ້ງ ແມ່ນບັນດາສາເຫດພາໄປເຖິງການປະລາໄຊຂອງແຜນການຈັດການເລືອກຕັ້ງໃຫ້ຖືກກັບເວລາທີ່ກຳນົດ.
ບັນ​ດາ​ຝ່າຍ​ຢູ່​ລີ​ບີ ຖີ້ມ​ໂທດ​ໃສ່​ກັນ ກ່ຽວ​ກັບການປະ​ລາ​ໄຊ​ຂອງ​ແຜນ​ການ​ຈັດ​ຕັ້ງ​ກາ​ນ​ເລືອກ​ຕັ້ງ - ảnh 1ກອງປະຊຸມສະພາແຫ່ງຊາດ ຢູ່ຊີບີ (ພາບ: AFP/TTXVN)

ວັນທີ 26 ທັນວາ, ທ່ານ Khaled al-Meshri ຜູ້ນຳສະພາຂັ້ນສູນແຫ່ງ ລັດ ລີບີ ໄດ້ຕຳໜິຕິຕຽນສະພາແຫ່ງຊາດ ແລະ ຄະນະກຳມະການເລືອກຕັ້ງແຫ່ງຊາດ ຂັ້ນສູງ (HNEC) ຂອງ ລີບີ ຍ້ອນບໍ່ຈັດການເລືອກຕັ້ງປະທານາທິບໍດີ ຕາມກຳນົດເວລາ. ທ່ານ Khaled al-Meshri ຍົກໃຫ້ເຫັນຢ່າງຈະແຈ້ງວ່າ ສະພາແຫ່ງຊາດ ບໍ່ສາມາດສ້າງພື້ນຖານລັດຖະທຳມະນູນ ແລະ ກົດໝາຍວ່າດ້ວຍການເລືອກຕັ້ງໄດ້, ກໍ່ຄືການຂາດກຳລັງຄວາມສາມາດຂອງ HNEC ໃນການແນະນຳຈັດການເລືອກຕັ້ງ ແມ່ນບັນດາສາເຫດພາໄປເຖິງການປະລາໄຊຂອງແຜນການຈັດການເລືອກຕັ້ງໃຫ້ຖືກກັບເວລາທີ່ກຳນົດ. ບັນດາຝ່າຍການເມືອງຢູ່ ລີບີ, ເຊິ່ງໄດ້ເຫັນດີເປັນເອກະພາບຜ່ານຂັ້ນຕອນການເລືອກຕັ້ງແລ້ວນັ້ນ, ພວມຖີ້ມໂທດໃຫ້ກັນກ່ຽວກັບການປະລາໄຊຂອງແຜນການຈັດບັນດາການເລືອກຕັ້ງໃຫ້ຖືກກັບເວລາທີ່ກຳນົດ.

ກ່ອນນັ້ນ 2 – 3 ວັນ, HNEC ໄດ້ປະກາດສະເໜີເລື່ອນວັນຈັດຕັ້ງການເລືອກຕັ້ງປະທານາທິບໍດີ ໄປຮອດທ້າຍເດືອນມັງກອນ ປີ 2022, ແທນທີ່ໃຫ້ວັນທີ 24 ທັນວາ ປີ 2021. ຫຼັງຈາກນັ້ນ, ສະພາແຫ່ງຊາດ ລີບີ ໄດ້ສ້າງຕັ້ງຄະນະກຳມະການເພື່ອຮຽບຮຽງວິວັດການໜຶ່ງ ພາຍຫຼັງວັນທີ 24 ທັນວາ, ດ້ວຍເປົ້າໝາຍ ພິຈາລະນາ ບາງຂໍ້ສະເໜີ ເພື່ອແນໃສ່ແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງການປະລາໄຊຂອງແຜນການຈັດຕັ້ງການເລືອກຕັ້ງໃຫ້ຖືກກັບກຳນົດເວລາ, ໄປຄຽງຄູ່ກັບ ການກຳນົດອະນາຄົດຂອງລັດຖະບານຊົ່ວຄາວໃນປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ