ບັນ​ດາ​ຝ່າຍ​ເຂົ້າ​ຮ່ວມ​ການ​ສູ້​ຮົບ​ຢູ່ Yemen ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ຢຸດ​ຍິງ​ໃນ​ເວ​ລາ 2 ເດືອ​ນ

(VOVWORLD) - ຖະແຫຼງການກ່ຽວກັບຂໍ້ຕົກລົງຢຸດຍິງ ໄດ້ຍົກອອກມາ ໃນສະພາບການທີ່ການເຈລະຈາຄັ້ງຕ່າງໆ ກ່ຽວກັບການປະທະກັນທີ່ຖືກແກ່ຍາວຢູ່ Yemen ພວມດຳເນີນໄປຢູ່ Saudi Arabia.
ບັນ​ດາ​ຝ່າຍ​ເຂົ້າ​ຮ່ວມ​ການ​ສູ້​ຮົບ​ຢູ່ Yemen ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ຢຸດ​ຍິງ​ໃນ​ເວ​ລາ 2 ເດືອ​ນ - ảnh 1

 ທະຫານຂອງລັດຖະບານ Yemen ຕໍ່ສູ້ກັບກຳລັງ Houthi ເມື່ອວັນທີ 31/3/2021 (ພາບ: AFP/TTXVN)

   ວັນທີ 1 ເມສາ, ທ່ານ Farhan Haq ຮອງໂຄສົກ ສປຊ ໃຫ້ຮູ້ວ່າ ບັນດາຝ່າຍເຂົ້າຮ່ວມການສູ້ຮົບຢູ່ Yemen ບັນລຸໄດ້ຂໍ້ຕົກລົງຢຸດຍິງໃນເວລາ 2 ເດືອນ, ເລີ່ມແຕ່ວັນທີ 2 ເມສາ ໃນໂອກາດເດືອນບຸນ Ramadan ຂອງຊາວ ອິດສະລາມ.

   ຖະແຫຼງການກ່ຽວກັບຂໍ້ຕົກລົງຢຸດຍິງ ໄດ້ຍົກອອກມາ ໃນສະພາບການທີ່ການເຈລະຈາຄັ້ງຕ່າງໆ ກ່ຽວກັບການປະທະກັນທີ່ຖືກແກ່ຍາວຢູ່ Yemen ພວມດຳເນີນໄປຢູ່ Saudi Arabia. ໃນອາທິດກ່ອນ, ກຳລັງ Houthi ຢູ່ Yemen ໄດ້ປະຕິເສດເລື່ອງເຂົ້າຮ່ວມການເຈລະຈາໃນເຂດດິນແດນຂອງ “ສັດຕູ” ແຕ່ຫຼັງຈາກນັ້ນ ກໍ່ໄດ້ສະເໜີຂໍ້ຕົກລົງຢຸດຍິງໂດຍຊົ່ວຄາວ ແລະ ແລກປ່ຽນນັກໂທດ ຢ່າງກະທັນຫັນ. ນີ້ແມ່ນຂໍ້ຕົກລົງຢຸດຍິງສະບັບທຳອິດ ຊື່ງບັນດາຝ່າຍບັນລຸໄດ້ນັບແຕ່ເດືອນເມສາປີ 2020 ເປັນຕົ້ນມາ.

ຕອບກັບ

ຂ່າວ/ບົດ​ອື່ນ