ບັນດາຝ່າຍເຂົ້າຮ່ວມການສູ້ຮົບຢູ່ ຊູດັງ ລົງນາມໃນຂໍ້ຕົກລົງເບື້ອງຕົ້ນກ່ຽວກັບມະນຸດສະທຳ

(VOVWORLD) - 2 ຝ່າຍໃຫ້ຄຳໝັ້ນສັນຍາອະນຸຍາດໃຫ້ປະຊາຊົນໝົດທຸກຄົນໄດ້ອອກຈາກເຂດເກີດການປະທະກັນຢ່າງປອດໄພ ແລະ ປົກປ້ອງບັນດາແຫຼ່ງສະໜອງພົນລະເຮືອນ.
ບັນດາຝ່າຍເຂົ້າຮ່ວມການສູ້ຮົບຢູ່ ຊູດັງ ລົງນາມໃນຂໍ້ຕົກລົງເບື້ອງຕົ້ນກ່ຽວກັບມະນຸດສະທຳ - ảnh 1ເຂດເກີດການປະທະກັນ
(ພາບ: AFP/TTXVN)

        ວັນທີ 11 ພຶດສະພາ, ກອງທັບ ຊູດັງ ແລະ ກຸ່ມເຄິ່ງທະຫານບັນດາກຳລັງໜູນຊ່ວຍດ່ວນ (RSF) ໄດ້ລົງນາມໃນຂໍ້ຕົກລົງເບື້ອງຕົ້ນກ່ຽວກັບດ້ານຫຼັກການຢູ່ນະຄອນ Jeddah ຂອງ ອາຣັບບີຊະອຸດີ. ສື່ມວນຊົນ ອາຣັບບີຊະອຸດີ ໄດ້ຄັດຖະແຫຼງການຮ່ວມໂດຍໃຫ້ຮູ້ວ່າ, 2 ຝ່າຍໃຫ້ຄຳໝັ້ນສັນຍາອະນຸຍາດໃຫ້ປະຊາຊົນໝົດທຸກຄົນໄດ້ອອກຈາກເຂດເກີດການປະທະກັນຢ່າງປອດໄພ ແລະ ປົກປ້ອງບັນດາແຫຼ່ງສະໜອງພົນລະເຮືອນ. ການເຈລະຈາລະຫວ່າງບັນດາຝ່າຍເຂົ້າຮ່ວມການສູ້ຮົບຢູ່ ຊູດັງ ທີ່ ອາຣັບບີຊະອຸດີ ແມ່ນສ່ວນໜຶ່ງຂອງຂໍ້ລິເລີ່ມດ້ານການທູດເຊິ່ງ ອາຣັບບີຊະອຸດີ ແລະ ອາເມລິກາ ສະເໜີ ເພື່ອຢຸດຕິການປະທະກັນຢູ່ນະຄອນຫຼວງ Khartoum ກໍ່ຄືຫຼາຍເຂດຕົວເມືອງອື່ນໆ, ມາຮອດປະຈຸບັນໄດ້ເຮັດໃຫ້ຢ່າງໜ້ອຍສຸດ 750 ຄົນເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ