ບັນດາຝ່າຍເຄົາລົບຄຳສັ່ງຢຸດຍິງຢູ່ເຂດ Nagory-Karabakh

(VOVWORLD) -ກຳລັງຮັກສາສັນຕິພາບຂອງລັດເຊຍ ພວມຕິດຕາມກວດກາປະສິດທິຜົນຂອງຄຳສັ່ງຢຸດຍິງຢູ່ເຂດເກີດການປະທະກັນດັ່ງກ່າວ ແລະ ສະພາບການຢູ່ທີ່ນີ້ແມ່ນປົກກະຕິ.

ບັນດາຝ່າຍເຄົາລົບຄຳສັ່ງຢຸດຍິງຢູ່ເຂດ Nagory-Karabakh - ảnh 1 ກຳລັງຮັກສາສັນຕິພາບຂອງລັດເຊຍ

(ພາບປະກອບ: AFP/TTXVN)

ວັນທີ 20 ພະຈິກ, ທີ່ກອງປະຊຸມກ່ຽວກັບເຂດ Nagory-Karabakh, ທ່ານປະທານາທິບໍດີລັດເຊຍ Vladimir Putin ຖະແຫຼງວ່າ ກຳລັງຮັກສາສັນຕິພາບຂອງລັດເຊຍ ພວມຕິດຕາມກວດກາປະສິດທິຜົນຂອງຄຳສັ່ງຢຸດຍິງຢູ່ເຂດເກີດການປະທະກັນດັ່ງກ່າວ ແລະ ສະພາບການຢູ່ທີ່ນີ້ແມ່ນປົກກະຕິ. ຕາມທ່ານ Vladimir Putin ແລ້ວ, ບັນດາຄະນະຜູ້ແທນຂອງລັດເຊຍ ຈະໄດ້ຈັດສົ່ງໄປຍັງອາກເມນີ ແລະ ອາແຊັກໄບຊານ ໂດຍໄວ ເພື່ອປຶກສາຫາລືກ່ຽວກັບການປະຕິບັດຖະແຫຼງການ 3 ຝ່າຍ ເຊິ່ງການນຳບັນດາປະເທດບັນລຸໄດ້ໃນວັນທີ 09 ພະຈິກຜ່ານມາ, ພ້ອມທັງຫວັງວ່າ, ບັນດາການທາບທາມຄວາມເຫັນທີ່ຈະມາເຖິງ ຈະຊ່ວຍບັນລຸຄວາມກ້າວໜ້າຢ່າງແທ້ຈິງກ່ຽວກັບບັນຫາດັ່ງກ່າວ. ລັດເຊຍ ໄດ້ຜັນຂະຫຍາຍທະຫານຮັກສາສັນຕິພາບເກືອບ 2.000 ຄົນໄປຍັງເຂດ Nagory-Karabakh ໃນຮອບເວລາ 2 ອາທິດຜ່ານມາ ພາຍຫຼັງບັນລຸໄດ້ຂໍ້ຕົກລົງສັນຕິພາບ 3 ຝ່າຍ ໄດ້ເປັນການສິ້ນສຸດການປະທະກັນທີ່ເກີດຂຶ້ນເປັນເວລາກວ່າໜຶ່ງເດືອນຜ່ານມາລະຫວ່າງບັນດາກຳລັງອາແຊັກໄບຊານ ແລະ ອາກເມນີ.

ຕອບກັບ

ຂ່າວ/ບົດ​ອື່ນ