ບັນ​ດາ​ຝ່າຍ​ໃຫ້​ຂໍ້​ສັງ​ເກດ​ວ່າ ຊີ້ນ​ສ່ວນ​ລູກ​ສອ​ນ​ໄຟທີ່​ລະ​ເບີດ​ຢູ່ ໂປ​ໂລຍ ອ​າດ​ຈະ​ແມ່ນ​ຂອງ​ລະ​ບົບ​ປ້ອງ​ກັນ​ອາ​ກາດ​ຂອງ ຢູ​ແກຼນ

(VOVWORLD) - ໃນຖະແຫຼງການທີ່ໄດ້ຍົກອອກມາໃນວັນທີ 16 ພະຈິກ ຢູ່ ແບນຊິກ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ແບນຊິກ Ludivine Dedonder ໃຫ້ຮູ້ວ່າ ອົງການສືບລາຊະການລັບ ແບນຊິກ ກຳລັງສືບສວນເຫດເກີດລະເບີດຍ້ອນລູກສອນໄຟຕົກໃສ່ບ້ານ Przewodow ຂອງ ໂປໂລຍ, ໃກ້ກັບຊາຍແດນ ຢູແກຼນ ໃນວັນທີ 15 ພະຈິກ.
ບັນ​ດາ​ຝ່າຍ​ໃຫ້​ຂໍ້​ສັງ​ເກດ​ວ່າ ຊີ້ນ​ສ່ວນ​ລູກ​ສອ​ນ​ໄຟທີ່​ລະ​ເບີດ​ຢູ່ ໂປ​ໂລຍ ອ​າດ​ຈະ​ແມ່ນ​ຂອງ​ລະ​ບົບ​ປ້ອງ​ກັນ​ອາ​ກາດ​ຂອງ ຢູ​ແກຼນ - ảnh 1ກຳລັງເຈົ້າໜ້າທີ່ກຳລັງສືບສວນ (ພາບ: Reuters)

 ອີງໃສ່ຂໍ້ມູນເບື້ອງຕົ້ນ, ເຫດລະເບີດດັ່ງກ່າວອາດຈະຍ້ອນລະບົບປ້ອງກັນອາກາດຂອງ ຢູແກຼນ ກໍ່ຂຶ້ນ. ໃນວັນດຽວກັນ, ສຳນັກຂ່າວສານ Reuters ຂອງ ອັງກິດ ໄດ້ຄັດສະເໜີແຫຼ່ງຂ່າວຈາກ ອົງການສົນທິສັນຍາອັດລັງຕິກເໜືອ (NATO) ໂດຍໃຫ້ຮູ້ວ່າ ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ແຈ້ງໃຫ້ການນຳກຸ່ມບັນດາປະເທດອຸດສາຫະກຳແຖວໜ້າໂລກ (G7) ແລະ ບັນດາຄູ່ຮ່ວມມມື NATO ວ່າ ເຫດລະເບີດທີ່ເກີດຂຶ້ນຢູ່ ໂປໂລຍ ແມ່ນຍ້ອນລູກສອນໄຟປ້ອງກັນອາກາດຂອງ ຢູແກຼນ. ກ່ຽວຂ້ອງເຖິງເຫດການນີ້, ເມື່ອສິ້ນສຸດກອງປະຊຸມດ່ວນຂອງເອກອັກຄະລັດຖະທູດບັນດາປະເທດ NATO ໃນວັນທີ 16 ພະຈິກ, ຢູ່ ບຣຸກແຊນ, ປະເທດ ແບນຊິກ, ທ່ານເລຂາທິການໃຫຍ່ NATO Jens Stoltenberg ໃຫ້ຮູ້ວ່າ ການສືບສວນກ່ຽວກັບເຫດການນີ້ແມ່ນພວມດຳເນີນ ແຕ່ບໍ່ມີສັນຍານທີ່ບົ່ງບອກໃຫ້ເຫັນວ່າ ນີ້ແມ່ນການບຸກໂຈມຕີແບບຕັ້ງໃຈ.


ຕອບກັບ

ຂ່າວ/ບົດ​ອື່ນ