ບັນດາພັກການເມືອງກຳປູເຈຍປຶກສາຫາລືບັນດາໂຄງການການເມືອງດຶງດູດຜູ້ມີສິດເລືອກຕັ້ງໃນການເລືອກຕັ້ງຈະມາເຖິງ

(VOVWORLD) -ວັນທີ 28 ພຶດສະພາ, ຢູ່ນະຄອນຫຼວງ ພະນົມເປັນ, ສະຖາບັນບັນດິດກຳປູເຈຍ ໄດ້ຈັດກອງປະຊຸມໂຕະມົນສະຫງວນໃຫ້ 18 ພັກການເມືອງເຂົ້າຮ່ວມການເລືອກຕັ້ງສະພາແຫ່ງຊາດກຳປູເຈຍ ຊຸດທີ 6, ເຊິ່ງຈະດຳເນີນໃນວັນທີ 29 ກໍລະກົດ ຈະມາເຖິງ.

ບັນດາພັກການເມືອງກຳປູເຈຍປຶກສາຫາລືບັນດາໂຄງການການເມືອງດຶງດູດຜູ້ມີສິດເລືອກຕັ້ງໃນການເລືອກຕັ້ງຈະມາເຖິງ - ảnh 1(ບັນດາພັກການເມືອງກຳປູເຈຍປຶກສາຫາລືບັນດາໂຄງການການເມືອງ

ດຶງດູດຜູ້ມີສິດເລືອກຕັ້ງໃນການເລືອກຕັ້ງຈະມາເຖິງ )

ເນື້ອໃນຂອງກອງປະຊຸມໂຕະມົນຄັ້ງນີ້ແມ່ນ “ໂຄງການການເມືອງຂອງບັນດາພັກການເມືອງ” ຈະດຳເນີນໃນລະຫວ່າງວັນທີ 28 ພຶດສະພາ ຫາວັນທີ 04 ມິຖຸນາ. ທ່ານຫົວໜ້າສະຖາບັນບັນດິດກຳປູເຈຍ Sok Touch ໃຫ້ຮູ້ວ່າ: ນີ້ແມ່ນຄັ້ງທຳອິດສະຖາບັນບັນດິດກຳປູເຈຍ ຈັດກອງປະຊຸມຮ່ວມໃຫ້ບັນດາພັກການເມືອງ ກ່ອນການເລືອກຕັ້ງ, ແມ່ນເຫດການສຳຄັນສຳລັບແຕ່ລະພັກການເມືອງ.

      “ນີ້ແມ່ນໂອກາດເພື່ອໃຫ້ບັນດາພັກການເມືອງສະເໜີໂຄງການຂອງຕົນ ເພື່ອໃຫ້ຜູ້ມີສິດເລືອກຕັ້ງແຕ່ລະຄົນເຫັນໄດ້ຄວາມສາມາດ, ຈຸດດີຂອງຕົນ. ຕົວຢ່າງຄື: ເນື້ອໃນການກະທຳ, ພັກມີຕົ້ນກຳເນີດຢູ່ໃສ? ຜູ້ໃດຊີ້ນຳ ແລະ ທິດທາງໃນໄລຍະຈະມາເຖິງແມ່ນຄືແນວໃດ? ຍັງມີສາຍເຫດໜຶ່ງອີກແມ່ນ ພວກເຮົາຈັດກອງປະຊຸມໃນມື້ນີ້ ນັ້ນແມ່ນເກັບຮັກສາໄວ້ບັນດາໂຄງການຂອງແຕ່ລະພັກ, ເພື່ອແນໃສ່ພິສູດການເຄື່ອນໄຫວຂອງພັກນັ້ນ ເມື່ອໄດ້ຮັບການເລືອກຕັ້ງເຂົ້າສະພາແຫ່ງຊາດ”.

ຕອບກັບ

ຂ່າວ/ບົດ​ອື່ນ