ບັນດາພັກການເມືອງໃນໂລກຕີລາຄາສູງເລື່ອງຫວຽດນາມ ປ້ອງກັນ, ຕ້ານໂລກລະບາດໂຄວິດ-19

(VOVWORLD) -ທ່ານ ຮ່ວາງບິ່ງກວນ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກຄອມມູນິດຫວຽດນາມ ໄດ້ສົ່ງຈົດໝາຍຢື້ຢາມຖາມຂ່າວບັນດາພັກການເມືອງໃນໂລກ, ແບ່ງປັນຂໍ້ມູນຂ່າວສານກ່ຽວກັບສະພາບການ ແລະ ບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດຂອງຫວຽດນາມ
ບັນດາພັກການເມືອງໃນໂລກຕີລາຄາສູງເລື່ອງຫວຽດນາມ ປ້ອງກັນ, ຕ້ານໂລກລະບາດໂຄວິດ-19 - ảnh 1(ພິທີມອບເຄື່ອງອຸປະກອນການແພດໃຫ້ແກ່ປະເທດລາວ)

ຕໍ່ໜ້າສະພາບການໂລກລະບາດໂຄວິດ-19 ພວມຜັນແປໄປຢ່າງສັບສົນ, ກໍ່ຄວາມເສຍຫາຍຢ່າງໃຫຍ່ຫຼວງເຖິງທົ່ວໂລກ ແລະ ປະຊາຊົນບັນດາປະເທດນັ້ນ, ທ່ານ ຮ່ວາງບິ່ງກວນ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກຄອມມູນິດຫວຽດນາມ ໄດ້ສົ່ງຈົດໝາຍຢື້ຢາມຖາມຂ່າວບັນດາພັກການເມືອງໃນໂລກ, ແບ່ງປັນຂໍ້ມູນຂ່າວສານກ່ຽວກັບສະພາບການ ແລະ ບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດຂອງຫວຽດນາມ, ພ້ອມທັງສະເໜີບັນດາມາດຕະການຮ່ວມມືລະຫວ່າງບັນດາພັກການເມືອງ ແລະ ບັນດາປະເທດ, ພ້ອມກັນສາມັກຄີ, ຜ່ານຜ່າໂລກລະບາດ.

ບັນດາພັກການເມືອງໃນໂລກກໍ່ສົ່ງຈົດໝາຍ, ໂທລະເລກເຖິງພັກກອມມູນິດຫວຽດນາມ, ຕີລາຄາສູງບັນດາຄວາມມານະພະຍາຍາມ ແລະ ບັນດາມາດຕະການຢ່າງຂ້ຽວຂາດ, ມີປະສິດທິຜົນຂອງພັກ ແລະ ລັດຖະບານຫວຽດນາມ ໃນເລື່ອງສະກັດກັ້ນ, ຄວບຄຸມໂລກລະບາດທີ່ບັນລຸໄດ້ບັນດາໝາກຜົນຕັ້ງໜ້າຫຼາຍຢ່າງໃນໄລຍະຜ່ານມາ.

ທ່ານນາງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ສູນທອນ ໄຊຍະຈັກ ໄດ້ຢືນຢັນຕໍ່ການສະໜັບສະໜູນອັນລ້ຳຄ່າ, ທັນການ ແລະ ມີປະສິດທິຜົນຂອງພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ສະຫງວນໃຫ້ແກ່ບັນດາປະເທດພວມຮັບມືກັບໂລກລະບາດໂຄວິດ-19, ໃນນັ້ນມີປະເທດລາວ, ອັນໄດ້ປະກອບສ່ວນສຳຄັນເຂົ້າໃນການສະກັດກັ້ນ, ປ້ອງກັນ, ຕ້ານໂລກລະບາດຄືໃນປະຈຸບັນ.

ທ່ານຫົວໜ້າຄະນະຕິດຕໍ່ພົວພັນສູນກາງພັກກອມມູນິດຈີນ ໄດ້ຢືນຢັນວ່າ ພ້ອມ ແລ້ວຮ່ວມກັບບັນດາພັກການເມືອງໃນໂລກ, ໃນນັ້ນມີຫວຽດນາມ, ເພີ່ມທະວີການແບ່ງປັນບົດຮຽນ, ສົມທົບກັນປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດ.

        ຄະນະສາກົນພັກແຮງງານສປປ.ເກົາຫຼີ ໄດ້ເນັ້ນໜັກວ່າ ໂລກລະບາດໂຄວິດ-19 ເຊິ່ງຫວຽດນາມ ໄດ້ຄວບຄຸມຢ່າງມີປະສິດທິຜົນ ນັ້ນ, ແມ່ນຍ້ອນບັນດາມາດຕະການຕັ້ງໜ້າ ແລະ ຂ້ຽວຂາດຂອງພັກກອມມູນິດຫວຽດນາມ, ສະແດງຄວາມເຊື່ອໝັ້ນວ່າ ປະຊາຊົນຫວຽດນາມ ຈະຍາດໄດ້ໄຊຊະນະໃນການຕໍ່ສູ້ນີ້ ຢ່າງແນ່ນອນ.

ບັນດາພັກການເມືອງຢືນຢັນວ່າ, ຫວຽດນາມ ແມ່ນ “ແບບຢ່າງທີ່ໃສແຈ້ງ ແລະ ເພີງປາດຖະໜາ”, “ແຫຼ່ງ ລະດົມກຳລັງໃຈອັນໃຫຍ່ຫຼວງ” ໃຫ້ບັນດາປະເທດໃນໂລກ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ- 19.

ຕອບກັບ

ຂ່າວ/ບົດ​ອື່ນ