ບັນດາພັກຝ່າຍ ກຳປູເຈຍ ປະຕິກິລິຍາກ່ຽວກັບໝາກຜົນການເລືອກຕັ້ງສະພາ ແຫ່ງຊາດ

ບັນດາພັກຝ່າຍ ກຳປູເຈຍ ປະຕິກິລິຍາກ່ຽວກັບໝາກຜົນການເລືອກຕັ້ງສະພາ ແຫ່ງຊາດ - ảnh 1
ທ່ານນາຍົກລັດຖະມົນຕີ Hun Sen ໄປປ່ອນບັດເລືອກຕັ້ງໃນວັນທີ 28/7
(ພາບ: AP)

(vovworld) - ຕອນ​ເຊົ້າ​ວັນ​ທີ 8/9, ພາຍຫຼັງ​ທີ່​ຄະນະກຳມາ​ທິການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ ກຳປູ​ເຈຍ (NEC) ​​ປະກາດ​ໝາກຜົນ​ທາງ​ການ​ຂອງ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 5 ​ເຊິ່ງຈັດຕັ້ງ​ເມື່ອ​ວັນ​ທີ 28/7 ຜ່ານ​ມາ, ​ເຊິ່ງຕາມ​ນັ້ນ​ແລ້ວ, ພັກ​ປະຊາຊົນ ກຳປູ​ເຈຍ (CPP) ກຳ​ອຳນາດ​ຍາດ​​ໄດ້ 68 ​ໃນ​ຈຳນວນ 123 ທີ່​ນັ່ງ, ສ່ວນ​ພັກ​ກູ້​ຊາດ​ກຳປູ​ເຈຍ (CNRP) ຝ່າຍ​ຄ້ານ​ຍາດ​ໄດ້ 55 ທີ່​ນັ່ງ​ຍັງ​ເຫຼືອ, 2 ພັກ​ດັ່ງກ່າວ​ໄດ້​ມີ​ປະຕິກິລິຍາ​ຢາງ​ເປັນ​ທາງ​ການ​ຂອງ​ຕົນ. ພັກ CPP ​ໄດ້​ອອກ​ແຈ້ງຂ່າ​ວ​ເນັ້ນ​ໜັກ​ວ່າ: ການ​ເລືອກ​ຕັ້ງ​ນີ້​ໄດ້​ດຳ​ເນີນ​ໄປ​ໃນ​ບັນຍາກາດສັນຕິພາບ, ຄວາມ​ເສລີ ​ແລະ ​ຍຸຕິ​ທຳ, ສະ​ແດງ​ຄວາມ​ມຸ້ງ​ມາດ​ປາດ​ຖະໜາ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ. ພັກ CPP ຢືນຢັນ​ຄືນ​ໃໝ່​ຄວາມ​ສະໜັບ​ສະ​ໜູນ​ນາ​ຍົກ​ລັດຖະມົນຕີ​ຄົນປະຈຸ​ບັນທ່ານ Hun Sen ສືບ​ຕໍ່​ດຳລົງ​ຕຳ​ແໜ່​ງ​ນາຍົກ​ລັດຖະມົນຕີ ກຳປູ​ເຈຍ ອາຍຸ​ການ​ໃໝ່. ສ່ວນ​ພັກ CNRP ຖະ​ແຫຼ​ງສືບ​ຕໍ່​ດຳ​ເນີນການ​ແຫ່​ຂະ​ບວນປະ​ທ້ວງ​ໃນ​ວັນ​ທີ 15, 16 ​ແລະ 17/9 ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ