ບັນ​ດາ​ພັກ​ຝ່າຍ​ການ​ເມືອງ​​ຂອງອີ​ຣັກ ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ດຳ​ເນີນ​ການ​ປະ​ຕ​ິ​ຮູບ​ເພື່ອ​ຢຸດ​ຕິ​ການ​ແຫ່​ຂະ​ບ​ວນ​ປະ​ທ້ວງ

(VOVWORLD) -ທ່ານນາຍົກລັດຖະມົນຕີ ແລະ ປະທານາທິບໍດີ ອີຣັກ ໄດ້ຈັດການປະຊຸມປຶກສາຫາລືບັນດາມາດຕະການຮັກສາຄວາມໝັ້ນຄົງ ແລະ ສະຖຽນລະພາບພາຍໃນປະເທດ
ບັນ​ດາ​ພັກ​ຝ່າຍ​ການ​ເມືອງ​​ຂອງອີ​ຣັກ ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ດຳ​ເນີນ​ການ​ປະ​ຕ​ິ​ຮູບ​ເພື່ອ​ຢຸດ​ຕິ​ການ​ແຫ່​ຂະ​ບ​ວນ​ປະ​ທ້ວງ - ảnh 1 ທ່ານນາຍົກລັດຖະມົນຕີ ອີຣັກ Adel Abdel Mahdi (ພາບ: AFP/TTXVN)

 ວັນທີ 9 ພະຈິກ ຕາມແຫຼ່ງຂ່າວຕ່າງໆໃຫ້ຮູ້ວ່າ ບັນດາພັກຝ່າຍການເມືອງຂອງ ອີຣັກ ບັນລຸໄດ້ຄວາມເຫັນດີໃນການປ້ອງກັນລັດຖະບານຂອງ ທ່ານນາຍົກລັດຖະມົນຕີ Adel Abdel Mahdi ຕໍ່ໜ້າເກີດບັນດາການແຫ່ຂະບວນປະທ້ວງເຊິ່ງໄດ້ແຜ່ລາມຢ່າງກ້ວາງແຂວງຢູ່ນະຄອນ Baghdad ແລະ ຢູ່ພາກໃຕ້ ປະເທດນນີ້ ໃນຫຼາຍອາທິດທີ່ຜ່ານມາ, ຕາມນັ້ນແລ້ວຈະມີການປະຕິຮູບໃໝ່ຕາມຄວາມຮຽກຮ້ອງຕ້ອງການຂອງຜູ້ແຫ່ຂະບວນປະທ້ວງ.

        ຂໍ້ຕົກລົງດັ່ງກ່າວ ແມ່ນໝາກຜົນຂອງບັນດາກອງປະຊຸມຄັ້ງຕ່າງໆ, ໃນນັ້ນປັດໄຈຕັດສິນຊີ້ຂາດແມ່ນການພົບປະລະຫວ່າງ ຜູ້ບັນຊາການກຳລັງ Qods ເຊິ່ງເປັນກຳລັງເຄື່ອນໄຫວປະຈຳຢູ່ຕ່າງປະເທດຂຶ້ນກັບກຳລັງທະຫານພິທັກປະຕິວັດອີຣານ (IRGC), ແລະ ບັນດາບາດຫຼວງຫຼັກແຫຼ່ງທີ່ສະໜັບສະໜູນ ການແຫ່ຂະບວນປະທ້ວງ.

        ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ແລະ ປະທານາທິບໍດີ ອີຣັກ ໄດ້ຈັດການປະຊຸມປຶກສາຫາລືບັນດາມາດຕະການຮັກສາຄວາມໝັ້ນຄົງ ແລະ ສະຖຽນລະພາບພາຍໃນປະເທດ, ໃນນັ້ນມີການສະໜັບສະໜູນມານະພະຍາຍາມຂອງລັດຖະບານ ແລະ ບັນດາມາດຕະການປະຕິຮູບເພື່ອຕອບສະໜອງຄວາມຮຽກຮ້ອງຕອ້ງການຂອງຜູ້ແຫ່ຂະບວນປະທ້ວງ.

ຕອບກັບ

ຂ່າວ/ບົດ​ອື່ນ