ບັນດາພັກຝ່າຍຢູ່ ປາແລດສະຕິນ ຈັດກອງປະຊຸມໄກ່ເກ່ຍປອງດອງຢູ່ ອີຢິບ

(VOVWORLD) - ທ່ານ Abbas ໄດ້ສະເໜີສ້າງຕັ້ງຄະນະກຳມະການເຊິ່ງລວມມີຜູ້ຕາງໜ້າບັນດາພັກຝ່າຍ ປາແລດສະຕິນ ເພື່ອສົ່ງເສີມການເຮັດວຽກ ີກ່ຽວກັບບັນດາບັນຫາທີ່ໄດ້ນຳມາປຶກສາຫາລືໃນທັນທີ
ບັນດາພັກຝ່າຍຢູ່ ປາແລດສະຕິນ ຈັດກອງປະຊຸມໄກ່ເກ່ຍປອງດອງຢູ່ ອີຢິບ - ảnh 1ທ່ານປະທານາທິບໍດີ ປາແລດສະຕິນ Mahmoud Abbas ເປັນປະທານກອງປະຊຸມໄກ່ເກ່ຍປອງດອງ
(ພາບ:AFP/TTXVN)

ວັນທີ 30 ກໍລະກົດ, ທ່ານປະທານາທິບໍດີ ປາແລດສະຕິນ Mahmoud Abbas ໄດ້ຮຽກຮ້ອງໃຫ້ສ້າງຕັ້ງຄະນະກຳມະການເພື່ອປະຕິບັດສຳເລັດການເຈລະຈາກ່ຽວກັບບັນດາບັນຫາທີ່ໄດ້ປຶກສາຫາລືໃນກອງປະຊຸມໄກ່ເກ່ຍປອງດອງຂອງບັນດາຜູ້ນຳພັກຝ່າຍຢູ່ ປາແລດສະຕິນ ເຊິ່ງໄດ້ດຳເນີນໄປກ່ອນນັ້ນໃນວັນດຽວກັນ. ກອງປະຊຸມໄກ່ເກ່ຍປອງດອງລະຫວ່າງບັນດາພັກຝ່າຍຂອງ ປາແລດສະຕິນ ໄດ້ດຳເນີນໄປຢູ່ນະຄອນ New Alamein ຂອງປະເທດ ອີຢິບ, ໂດຍທ່ານປະທານາທິບໍດີ Abbas ເປັນປະທານ, ເພື່ອແນໃສ່ຊອກຫາວິທີຟື້ນຟູຄວາມສາມັກຄີລະຫວ່າງບັນດາພັກຝ່າຍຢູ່ ປາແລດສະຕິນ ໃນສະພາບການໃຊ້ຄວາມຮຸນແຮງພວມເພີ່ມຂຶ້ນລະຫວ່າງ ອິດສະຣາແອນ ແລະ ຊາວ ປາແລດສະຕີນ ຢູ່ເຂດຕາເວັນຕົກແມ່ນ້ຳຈໍແດນ. ໃນຖະແຫຼງການທີ່ການປະຊຸມຖະແຫຼງຂ່າວ, ທ່ານ Abbas ໄດ້ສະເໜີສ້າງຕັ້ງຄະນະກຳມະການເຊິ່ງລວມມີຜູ້ຕາງໜ້າບັນດາພັກຝ່າຍ ປາແລດສະຕິນ ເພື່ອສົ່ງເສີມການເຮັດວຽກ ີກ່ຽວກັບບັນດາບັນຫາທີ່ໄດ້ນຳມາປຶກສາຫາລືໃນທັນທີ. ກອງປະຊຸມໄກ່ເກ່ຍປອງດອງ ລະຫວ່າງພັກຝ່າຍ ປາແລດສະຕີນ ໂດຍ ອີຢິບ ເປັນຄົນກາງ ດຳເນີນໄປໃນສະພາບການໃຊ້ຄວາມຮຸນແຮງທີ່ພວມເພີ່ມຂຶ້ນຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ, ເຮັດໃຫ້ຢ່າງໜ້ອຍສຸດມີ ຊາວ ປາແລດສະຕິນ 12 ຄົນເສຍຊີວິດ ແລະ ອີກຫຼາຍກ່ວາ 150 ຄົນຖືກບາດເຈັບໃນເດືອນກໍລະກົດ.

ຕອບກັບ

ຂ່າວ/ບົດ​ອື່ນ