ບັນດາພັກຝ່າຍຢູ່ ປາແລດສະຕີນ ເປັນເອກະພາບແຜນການເລືອກຕັ້ງ

(VOVWORLD) -ວັນທີ 9 ກຸມພາ, ການເຈລະຈາລະຫວ່າງບັນດາພັກຝ່າຍ ຢູ່ ປາແລດສະຕີນ, ໃນນັ້ນມີ Fatah ແລະ Hamas ໄດ້ປິດລົງພາຍຫລັງໂຮມປະຊຸມເປັນເວລາ 2 ວັນ ຢູ່ ອີຢີບ. 
ບັນດາພັກຝ່າຍຢູ່ ປາແລດສະຕີນ ເປັນເອກະພາບແຜນການເລືອກຕັ້ງ - ảnh 1ບັນດາພັກຝ່າຍຢູ່ ປາແລດສະຕີນ ເປັນເອກະພາບແຜນການເລືອກຕັ້ງ
ພາບ:AL JAZEERA AND NEWS AGENCIES

ໃນຖະແຫລງການສຸດທ້າຍ,ບັນດາພັກຝ່າຍ ປາແລດສະຕີນ ບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບການຮ່ວມມື ແລະຈັດຕັ້ງການເລືອກຕັ້ງທົ່ວປະເທດ ຫລັງຈາກນັ້ນ ແມ່ນການເລືອກຕັ້ງປະທານາທິບໍດີ.

ບັນດາພັກຝ່າຍເຫັນດີ ຈະເຊື່ອມຕໍ່ການເຈລະຈາຢູ່ Cairo ໃນເດືອນມິນາ ຈະມາເຖິງ ເພື່ອເປັນເອກະພາບກ່ຽວກັບກົນໄກທີ່ຈຳເປັນເພື່ອສ້າງຕັ້ງສະພາແຫ່ງລັດໃຫມ່ ດ້ວຍເປົ້າໝາຍພັດທະນາອົງການປົດປ່ອຍ ປາແລດສະຕີນ PLO. ຖະແຫລງການເນັ້ນຫນັກວ່າ ການເລືອກຕັ້ງໃນທົ່ວປະເທດ ຈະຈັດຕັ້ງຢູ່ ເຢຣູຊາແລມ, ຝັ່ງຕາເວັນຕົກ ແລະ ເຂດກາຊາ.  ບັນດາພັກຝ່າຍໃຫ້ຄຳໝັ້ນສັນຍາສະຫນັບສະຫນູນການເລືອກຕັ້ງ ແລະ ຈະເຄົາລົບໝາກຜົນການເລືອກຕັ້ງສຸດທ້າຍ.

ຕອບກັບ

ຂ່າວ/ບົດ​ອື່ນ