ບັນ​ດາ​ພັກ​ຝ່າຍ​ຢູ່ ປາ​ແລດ​ສະ​ຕິນ ເຫັນ​ດີ ສ້າງ​ລັດ​ຖະ​ບານ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ

(VOVWORLD) - ວັນທີ 22 ກໍລະກົດ, ສື່ມວນຊົນ ອິດສະຣາແອນ ໃຫ້ຮູ້ວ່າ : ໃນການປະຊຸມຊື່ງຈັດຂຶ້ນຢູ່ ປັກກິ່ງ ປະເທດຈີນ ໃນວັນດຽວກັນ, ບັນດາພັກຝ່າຍ ປາແລດສະຕິນ ບັນລຸໄດ້ຂໍ້ຕົກລົງສ້າງຕັ້ງລັດຖະບານສາມັກຄີທົ່ວປວງຊົນທັງຊາດ ລວມມີ ທຸກພັກຝ່າຍການເມືອງ. 
ບັນ​ດາ​ພັກ​ຝ່າຍ​ຢູ່ ປາ​ແລດ​ສະ​ຕິນ ເຫັນ​ດີ ສ້າງ​ລັດ​ຖະ​ບານ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ - ảnh 1ປະຊາຊົນ ປາແລັດສະຕິນ ອົບພະຍົບໄປຍັງບ່ອນປອດໄພ (ພາບ: THX/TTXVN)

ໃນຄຳຖະແຫລງທີ່ຍົກອອກມາເມື່ອສິ້ນສຸດການປະຊຸມ, ຜູ້ຕາງຫນ້າ ບັນດາພັກຝ່າຍ ປາແລດສະຕິນ ໄດ້ເຫັນດີສ້າງຕັ້ງລັດຖະບານສາມັກຄີທົ່ວປວງຊົນທັງຊາດຊົ່ວຄາວ ແລະ ເຫັນດີເປັນເອກະພາບຕໍ່ບັນດາລະບອບລະບຽບການຢູ່ ຝັ່ງຕາເວັນຕົກແມ່ນ້ຳຈໍແດນ ແລະ ເຂດ ກາຊາ, ເລີ່ມປະຕິບັດກິດຈະການສ້າງຕັ້ງເຂດ ກາຊາ ຄືນໃຫມ່ ແລະ ກະກຽມຈັດຕັ້ງການເລືອກຕັ້ງທົ່ວປະເທດໃນໄລຍະໄວທີ່ສຸດເທົ່າທີ່ຈະໄວໄດ້. ບັນດາພັກຝ່າຍໃຫ້ຄຳໝັ້ນສັນຍາ ສ້າງຕັ້ງລັດ ປາແລດສະຕິນ ເອກະລາດ ດ້ວຍນະຄອນຫລວງ ແມ່ນ Jerusalem ແລະ “ຮັບປະກັນການກັບຄືນບ້ານເກີດເມືອງນອນ” ຂອງຊາວລີ້ໄພ ປາແລດສະຕິນ ຕາມມະຕິ 194 ຂອງ ສະຫະປະຊາຊາດ ທີ່ໄດ້ປະກາດໃຊ້ໃນປີ 1948.

ກອງປະຊຸມໄດ້ຈັດຂຶ້ນຢູ່ ປັກກິ່ງ ແຕ່ວັນທີ 20-22 ກໍລະກົດ ໂດຍມີການເຂົ້າຮ່ວມຂອງ 14 ພັກຝ່າຍ ປາແລດສະຕິນ, ໃນນັ້ນ ມີ Fatah, ບັນດາຂະບວນການ ອິດສະລາມ ຮາມາດ ແລະ ກຸ່ມປະກອບອາວຸດ Jihad (PIJ) .

ຕອບກັບ

ຂ່າວ/ບົດ​ອື່ນ