ບັນດາພັກຝ່າຍຢູ່ຢູແກຼນລະເມີດຄຳສັ່ງຢຸດຍິງ

ບັນດາພັກຝ່າຍຢູ່ຢູແກຼນລະເມີດຄຳສັ່ງຢຸດຍິງ - ảnh 1
ທະຫານລັດຖະບານ ຢູແກຼນ ຢູ່ນະຄອນທ່າກຳປັ່ນ Mariupol
(ພາບຈາກ ອີນເຕີເນັດ)

(vovworld) – ​ບໍ່​ທັນ​ເຕັມ 2 ວັນ​ພາຍຫຼັງ​ຄຳ​ສັ່ງ​ຢຸດ​ຍິງ​ລະຫວ່າງ​ທະຫານ​ລັດຖະບານ ຢູ​ແກຼນ ​ແລະ ກຳລັງ​ທວງ​ໃຫ້​ຫັນ​ເປັນ​ສະຫະພັນ ຢູ່​ພາກ​ຕາ​ເວັນ​ອອກປະ​ເທດ​ນີ້​ມີ​ຜົນ​ສັກສິດ, ການ​ຍິງ​ລູກ​ປືນ​ໃຫຍ່ສືບ​ຕໍ່​ເກີດ​ຂຶ້ນ​ຢູ່​ທາງ​ພາກ​ເໜືອ Donetsk, ນະຄອນ​ໃຫຍ່ສຸດ​ຢູ່​ພາກຕາ​ເວັນ​ອອກ ຢູ​ແກຼນ ​ແລະ ທ່າ​ກຳ​ປັ່ນ​ຍຸດ​ທະ​ສາດ Mariupol. ​ເຫດການ​ຍິງ​ລູກ​ປືນ​​ໃຫຍ່ດັ່ງກ່າວ​ເກີດ​ຂຶ້ນ​ຢູ່​ສະຫນາມ​ບິນ Donetsk, ປະຈຸ​ບັນ​ພວມ​ຖືກ ຄວບ​ຄຸມຈາກ​ທະຫານ​ລັດຖະບານ ຢູ​ແກຼນ, ​ເຖິງ​ວ່າ​ກຳລັງ​ສະໜັບສະໜູນ​ຫັນ​ເປັນ​ສະຫະພັນ ພວມ​ຄວບ​ຄຸມ​ນະຄອນ​ດັ່ງກ່າວ. ທັງ 2 ຝ່າຍ​ລ້ວນ​ແຕ່​ອອກສຽງ​ກ່າວ​ຫາ​ກັນລະ​ເມີດ​ຄຳ​ສັ່ງ​ຢຸດ​ຍິງ. ປະຈຸ​ບັນ, ບໍ່​ທັນ​ມີ​ແຫຼ່ງຂ່າວ​ທາງ​ການ​ກ່ຽວ​ກັບ​ການ​ລົ້ມ​ຫາຍ​ຕາຍ​ຈາກ. ກ່ອນ​ໜ້າ​ນັ້ນ, ຄຳ່​ຄືນ​ວັນ​ທີ 6/9, ທ່າ​ກຳ​ປັ່ນ Mariupol, ພາກ​ໃຕ້ Donetsk ກໍ່​ເກີດ​ສະພາບ​ການລະ​ເມີດ​ຄຳ​ສັ່ງ​ຢຸດ​ຍິງ​ເມື່ອ​ທ່າກຳ​ປັ່ນ Mariupol ຖືກ​ບຸກ​ໂຈມ​ຕີ, ​ເຮັດ​ໃຫ້​ສາມັນ​ຊົນ​ໜຶ່ງ​ຄົນ​ເສຍ​ຊີວິດ.


ຂ່າວ/ບົດ​ອື່ນ