ບັນດາພິທີງານບຸນລະດູບານໃໝ່ປີມະເມຍດຳເນີນຢູ່ທ້ອງຖີ່ນຕ່າງໆ

ບັນດາພິທີງານບຸນລະດູບານໃໝ່ປີມະເມຍດຳເນີນຢູ່ທ້ອງຖີ່ນຕ່າງໆ - ảnh 1
ນບຸນ​ຊ່ວງ​ເຮືອ​ທີ່​ເປັນ​ມູນ​ເຊື້ອ​ປະຈຳ​ປີ
(ພາບ: baohatinh.vn)


(vovworld) - ວັນ​ທີ2/2, ຢູ່​ຕາ​ແສງ ຈູງ​ເລືອ​ງ, ​ເທດສະບານ ຮົ່ງລິງ, ​ແຂວງ ຮ່າ​ຕິງ ດຳ​ເນີ​ນບຸນ​ຊ່ວງ​ເຮືອ​ທີ່​ເປັນ​ມູນ​ເຊື້ອ​ປະຈຳ​ປີ ​ແນ​ໃສ່​ຕອບ​ບຸນ​ເທວະ​ດາ​ຟ້າ​ແຖນ​ທີ່​ໄດ້​​​ເອື້ອອຳນວຍ​ຄວາມ​ສະດວກໃຫ້​ປະຊາຊົນ​ໃນ​ໜຶ່ງ​ປີຜ່ານມາ. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ປະຊາຊົນ​​ເຝິກ​ແອບ​ສຸຂະພາບ, ພ້ອມ​ທັງ​ພາວະນາ​​ໃຫ້ດິນ​ຟ້າ​ອາກາດ​ອຳນວຍ​ຄວາມ​ສະດວກ​ ​ເພື່ອໃຫ້ການ​ຜະລິດ​ໄດ້​ຮັບ​ຜົນ​ດີ ​ແລະ ​ໄດ້​ຮັບ​ຄວາມ​ໂຊກ​ດີ​​ໃນປີ​ໃໝ່. ທ່ານ ຫງວຽນ​ກົງ​ໂລກ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ ຈູງ​ເລືອ​ງ, ​ໃຫ້​ຮູ້​ວ່າ:

        “ພິທີ​ງານ​ບຸນ​ຈັດ​ຕັ​້ງສຳ​ເລັດ​ຜົນ ຈະ​ຊ່ວຍ​ໃຫ້​ປີ​ໃໝ່​ປະສົບ​ແຕ່​ຄວາມ​ໂຊກ​ດີ. ພິ​ເສດ​ແມ່ນອາຊີບ​ຕີ​ເຫຼັກ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຈູງ​ເລືອ​ງ​​ ​ໄດ້​ຮັບ​ການພັດທະນາ​. ຜ່ານ​ງານ​ບຸນ​ນີ້, ປະຊາຊົນ​ຫວັງ​ວ່າການ​ຜະລິດ​ຈະ​ໄດ້​ຮັບ​ຜົນ​ດີກວ່າ​​ເກົ່າ “.

        ຕອນ​ເຊົ້າ​ວັນ​ທີ 2/2, ປະຊາຊົນ ​ແລະ ນັກ​ທ່ອງ​ທ່ຽວ​ນັບ​ໝືນຄົນ​ໄດ້​ເຂົ້າ​ຮ່ວມ​ຕະຫຼາດນັດ​ຂໍ​ຄວາມ​ໂຊກ​ຄວາມ​ໄຊ​ໃນ​ໂອກາດ​ຕົ້ນ​ປີ​​ໃໝ່ຢູ່​ຕະຫຼາດ ດິ່ງ​ບິ​ກລາ, ຕາ​ແສງ​ຈ້ຽວດົງ, ​ເມື​ອງ ຈ້ຽວຟອງ, ​ແຂວງ​ກວາງ​ຈີ້. ທ່ານ ​ເລ​ວັນ​ແທງ, ຊາວບ້ານ​ບິ​ກລາ, ຕາ​ແສງ​ຈ້ຽວດົງ, ​ເມື​ອງ ຈ້ຽວຟອງ, ​ແຂວງ​ກວາງ​ຈີ້, ​ໃຫ້​ຮູ້​ວ່າ:

        “ຕະຫຼາດ​ນີ້​ມີ​ແຕ່​ຊື້, ຂາຍ​ຄວາມ​ໂຊກ​ດີ​ເທົ່າ​ນັ້ນ. ​ໃນຕະຫຼາດ​ບໍ່​ມີ​ການຕໍ່​ລາຄາ. ຕົວຢ່າງ​ຄື​ໝາກ​ຄ້ຽວ​ຂາຍ 1 ພັນ​ດົ່ງ/ໝາກ, ຜູ້​ຊື້ຈະຕ້ອງ​ຈ່າຍ​ 1 ພັນ​ດົງ​​ໂດຍ ບໍ່​ໄດ້​ຕໍ່​ລາຄາ​ຢ່າງ​ເດັດຂາດ“.

ຂ່າວ/ບົດ​ອື່ນ