ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ພັດ​ທະ​ນາ​ຕ້ອງມີ​ຄວາມ​ຮັບ​ຜິດ​ຊອບ​ກ່ຽວ​ກັບຈຳ​ນວນ​ການ​ປ່ອຍ​ອາຍ​ພິດ​ເຮືອ​ນ​ແກ້ວສ່ວນ​ຫຼາຍ

(VOVWORLD) -ວັນທີ 10 ກັນຍາ, ທ່ານເລຂາທິການໃຫຍ່ ສປຊ  Antonio Guterres ໃຫ້ຮູ້ວ່າ ບັນດາພື້ນຖານເສດຖະກິດພັດທະນາຕ້ອງມີຄວາມຮັບຜິດຊອບຕໍ່ຈຳນວນອາຍພິດສ່ວນຫຼາຍ ທີ່ກໍ່ໃຫ້ເກີດປະຕິກິລິຍາເຮືອນແກ້ວໃນຕະຫຼອດໄລຍະປະຫວັດສາດຂອງບັນດາປະເທດນີ້.

ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ພັດ​ທະ​ນາ​ຕ້ອງມີ​ຄວາມ​ຮັບ​ຜິດ​ຊອບ​ກ່ຽວ​ກັບຈຳ​ນວນ​ການ​ປ່ອຍ​ອາຍ​ພິດ​ເຮືອ​ນ​ແກ້ວສ່ວນ​ຫຼາຍ - ảnh 1ທ່ານເລຂາທິການໃຫຍ່ ສປຊ  Antonio Guterres  (ພາບ: AFP/TTXVN)

ຖະແຫຼງການນີ້ໂດຍທ່ານເລຂາທິການໃຫຍ່ ສປຊ  Antonio Guterres ຍົກອອກມາໃນການຖະແຫຼງຂ່າວ ຢູ່ນະຄອນທ່າກ່ຳປັ່ນ Karachi, ທາງທິດໃຕ້ ປະເທດ ປາກິດສະຖານ ໃນການຢ້ຽມຢາມເຂດຖືກຜົນສະທ້ອນຈາກໄພນ້ຳຖ້ວມ. ທ່ານເລຂາທິການໃຫຍ່ ຊີ້ແຈ້ງວ່າ ບັນດາຜົນກະທົບຈາກອາຍພິດດັ່ງກ່າວພວມເພີ່ມຂຶ້ນ. ບັນດາຜູ້ພວມດຳລົງຊີວິດໃນເງື່ອນໄຂທີ່ມີຄວາມສ່ຽງເສຍຊີວິດຍ້ອນຜົນສະທ້ອນຈາກດິນຟ້າອາກາດເພີ່ມຂຶ້ນທົບ 15 ເທື່ອ. ປັດຈຸບັນໃນທົ່ວໂລກ ມີຈຳນວນປະຊາຊົນເກືອບເຄີ່ງໜຶ່ງພວມນອນໃນຢູ່ກຸ່ມນີ້, ໃນນັ້ນ ສ່ວນຫຼາຍແມ່ນຢູ່ບັນດາປະເທດພວມພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ