ບັນດາພື້ນຖານເສດຖະກິດສະມາຊິກAPECແບ່ງປັນຜົນງານດ້ານສາທາລະນະສຸກ,ສົມທົບກັນປ້ອງກັນ,ຕ້ານໂລກລະບາດ

ບັນດາພື້ນຖານເສດຖະກິດສະມາຊິກAPECແບ່ງປັນຜົນງານດ້ານສາທາລະນະສຸກ,ສົມທົບກັນປ້ອງກັນ,ຕ້ານໂລກລະບາດ - ảnh 1
​​​​​ກອງ​ປະ​ຊຸມ​ຂອງ​ກຸ່ມ​ປະ​ຕິ​ບັດ​ງານ​ສາ​ທາ​ລະ​ນະ​ສ​ຸກ​
(ພາບ: baochinhphu.vn)


(vovworld) - ​​​​​ກອງ​ປະ​ຊຸມ​ຂອງ​ກຸ່ມ​ປະ​ຕິ​ບັດ​ງານ​ສາ​ທາ​ລະ​ນະ​ສ​ຸກ​ໂດຍ​ຫວຽດ​ນາມ ສົມ​ທົບ​ ກັບ Peru ເປັນ​ປະ​ທາ​ນ​ຮ່ວ​ມ​ຈັດ​ຕັ້ງ, ເຊິ່ງ​ແມ່ນ​ການ​ເຄື່ອນ​ໄຫວນອນ​ໃນ​ຂອບ​ເຂດ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງກອງ​ປ​ະ​ຊຸມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຄັ້ງ​ທີ 4 ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ - ປາ​ຊີ​ຟິກ (SOM 1 - APEC), ຖືກ​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 24/02, ຢູ່​ນະ​ຄອນ​ຍາ​ຈາງ. ກອງ​ປະ​ຊຸມ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂ​ອງຜູ້​ແທນ 180 ທ່ານ​ຂອງ 21 ພື້ນ​ຖານ​ເສດ​ຖະ​ກິດ APEC, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສະ​ຫະ​ປະ​ຊາ​ຊາດ.

        ທີ່ກອງ​ປະ​ຊຸມ, ຜູ້​ຕາງ​ໜ້າ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຫວຽດ​ນາມ ໄດ້​ແບ່ງ​ປັນ​ບັນ​ດາ​ຜົນງານ​ໃນ​ການ​ປ້ອງ​ກັນ, ຕ້ານ​ບັນ​ດາ​ພະ​ຍາດ​ຕິດ​ແປດ​ຄື: SARS, ໄຂ​້ຫວັດ H5N1, H1N1, ປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​​ເປົ້າ​ໝາຍ​ສະ​ຫັດ​ສະ​ຫວັດ… ​ທ່ານປະ​ລິ​ຍາ​ເອກ ເຈີນ​ດັ໋ກ​ຟູ ໃຫ​້​ຮູ້​ວ່າ.

        “ບັນ​ດາ​ສະ​ມາ​ຊິກ APEC ຮຽກ​ຮ້ອງ​​ໃຫ້​ມີ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ​້ນ​ໃນ​ການ​ປ້ອງ​ກັນ, ຕ້ານ​ພະ​ຍາດ​ຕິດ​ແປດ, ແບ່ງ​ປັນ​ຂໍ້​ມູນ​ຂ່າວ, ເພີ່​ມ​ທະ​ວີ​ການ​ຕິດ​ຕາມກວດ​ກາ, ເພື່ອ​ເຮັດ​ແນວ​ໃດ​ກຳ​ໄດ້​ສະ​ພາບ​ການ​ຢ່າງ​ທັນ​ການ ແລະ ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ໃຫ້​ກັນ. ສົມ​ທົນ​ກັນ, ແບ່ງ​ປັນ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ ແລະ ກັນ​​ກ່ຽວ​ກັບ​ເຕັກ​ນິກ​ຕິດ​ຕາມ, ຄົ້ນ​ພົບ, ເຕັກ​ນິກ​​ການ​ວິ​ໄຈ. ແກ້​ໄຂ​ບັນ​ຫາ​ສຸ​ຂະ​ພາບຈຶ່ງ​ຈະ​ຮັບ​ປະ​ກັນຊີ​ວິດ​ສັງ​ຄົມ​ໄດ້.”

ຂ່າວ/ບົດ​ອື່ນ