ບັນ​ດາ​ພາບ​ແຕ້ມ ໂຄ​ສະ​ນາ​ກ່ຽວ​ກັບ​ມາດ​ຕະ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລ​ະ​ບາດ​ໂຄວິດ - 19 ຢູ່ນະ​ຄອນ​ຮ່າ​ໂນ້ຍ

(VOVWORLD) -ບັນດາຝາຜະໜັງທີ່ເປັນໝົກຕົກສີໃນຖະໜົນສາຍຕ່າງໆຂອງນະຄອນ ຮ່າໂນ້ຍ ໄດ້ປ່ຽນສົມໜ້າໃໝ່ ດ້ວຍບັນດາພາບແຕ້ມໂຄສະນາກ່ຽວກັບບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ  ແລະ ຂົນຂວາຍປຸກລະດົມ ພໍ່ແມ່ປະຊາຊົນທຸກຄົນເຂົ້າຮ່ວມບັ້ນຕໍ່ສູ້ ຕ້ານໂລກລະບາດໂຄວິດ - 19. 
ບັນ​ດາ​ພາບ​ແຕ້ມ ໂຄ​ສະ​ນາ​ກ່ຽວ​ກັບ​ມາດ​ຕະ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລ​ະ​ບາດ​ໂຄວິດ - 19 ຢູ່ນະ​ຄອນ​ຮ່າ​ໂນ້ຍ - ảnh 1ບັນດາພາບແຕ້ມ ໂຄສະນາກ່ຽວກັບມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢູ່ນະຄອນຮ່າໂນ້ຍ (ພາບ: baovanhoa.vn)

ນີ້ແມ່ນວິທີທີ່ນັກຈິດຕະກອນໜຸ່ມ ຫງວຽນແມ້ງກວາງ ພ້ອມດ້ວຍໝູ່ຮ່ວມອາຊີບ ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມ ເພື່ອຍູ້ໂລກລະບາດໃຫ້ຖອຍໄປ. ຝາຜະໜັງແຫ່ງຕ່າງໆ ໄດ້ແຕ້ມຮູບພາບກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ມາດຕະການປ້ອງກັນ 5 ປະການຂອງກະຊວງສາທາລະນະສຸກ, ຄຳສະແດງຄວາມຮູ້ບຸນຄຸນ, ຄຳຂອບອົກຂອບໃຈ ຕໍ່ກຳລັງປະຕິບັດໜ້າທີ່ປ້ອງກັນ, ຕ້ານໂລກລະບາດຢູ່ແນວໜ້າ. ນັກຈິດຕະກອນໜຸ່ມ ຫງວຽນແມ້ງກວາງ ແບ່ງປັນວ່າ:

ກ່ອນນີ້, ຂ້າພະເຈົ້າມັກໄປລະດົມຂອງກິນສະບຽງອາຫານ, ເຄື່ອງນຸ່ງຫົ່ມ ເພື່ອສົ່ງໄປໃຫ້ເດັກໆຢູ່ເຂດຫ່າງໄກສອກຫຼີກ. ແຕ່ຂ້າພະເຈົ້າຢາກເຮັດອັນໃດອັນໜຶ່ງທີ່ມີຄວາມໝາຍກວ່າ ແລະ ຍາວນານກວ່າ ສະນັ້ນ, ຂ້າພະເຈົ້າຈຶ່ງມີແນວຄວາມຄິດແຕ້ມພາບໃສ່ຝາຜະໜັງ. ຖ້າຫາກວ່າ ຂ້າພະເຈົ້າປະຕິບັດສຳເລັດຢູ່ 12 ເມືອງຢູ່ ນະຄອນ ຮ່າໂນ້ຍ, ກິດຈະກຳນີ້ ຈະແຜ່ກະຈາຍອອກສູ່ທຸກແຖບຖິ່ນໃນທົ່ວປະເທດ”.

ດ້ວຍຮູບແບບໂຄສະນາທີ່ພິເສດນີ້, ກຸ່ມນັກຈິດຕະກອນໜຸ່ມ ເຊື່ອໝັ້ນວ່າ ປະຊາຊົນທຸກຄົນ ຈະມີຄວາມຮັບຮູ້ໄດ້ເຖິງຄວາມຮັບຜິດຊອບຂອງຕົນໃນບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ