ບັນດາມາດຕະການນະວັດຕະກຳລະດັບຊາດຈະໄດ້ໝູນໃຊ້

(VOVWORLD) - ລາຍການທ້າທາຍນະວັດຕະກຳ ຫວຽດນາມ 2023 ໄດ້ດຶງດູດ 758 ມາດຕະການເຕັກໂນໂລຊີ ມາຈາກຫຼາຍປະເທດ.
ບັນດາມາດຕະການນະວັດຕະກຳລະດັບຊາດຈະໄດ້ໝູນໃຊ້ - ảnh 1ທ່ານລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ  ຫງວຽນຈີຢຸ້ງ ກ່າວຄຳເຫັນທີ່ເຫດການ (ພາບ: VOV)

    ຕອນເຊົ້າວັນທີ 8 ກັນຍາ, 12 ມາດຕະການດີເດັ່ນທີ່ສຸດ ຕາງໜ້າໃຫ້ 12 ລາງວັນທີ່ມີຄວາມສາມາດຊຸກຍູ້ຢ່າງແຮງ ວິວັດການຫັນເປັນດີຈີຕອນ ຂອງວິສາຫະກິດ ໄດ້ເຂົ້າຮ່ວມລາຍການທ້າທາຍນະວັດຕະກຳ ຫວຽດນາມ 2023 ໂດຍສູນນະວັດຕະກຳແຫ່ງຊາດ (NIC)  ສົມທົບກັບກຸ່ມບໍລິສັດ Meta ເຊີດຊູຢູ່ຮ່າໂນ້ຍ. ນີ້ແມ່ນ 1 ໃນບັນດາການເຄື່ອນໄຫວຫັນ “ຂໍ້ລິເລີ່ມນະວັດຕະກຳ ຫວຽດນາມ” ຂອງກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໃຫ້ປະກົດຜົນເປັນຈິງ.

  ກ່າວຄຳເຫັນທີ່ເຫດການ, ທ່ານ ຫງວຽນຈີຢຸ້ງ, ລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ ຫວຽດນາມ ຖືວ່າ:

     ຫວຽດນາມ ພວມມີແຜນນະໂຍບາຍສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ຫັນປ່ຽນຮູບແບບຈະເລີນເຕີບໂຕ ຕາມທິດຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ ແລະ ກຳລັງແກ່ງແຍ້ງ ອີງຕາມວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ, ຫັນເປັນດີຈີຕອນ ແລະ ເສີມຂະຫຍາຍແຫຼ່ງກຳລັງຂອງຊາວ ຫວຽດນາມ. ສະພາຜູ້ຊ່ຽວຊານ ໄດ້ຕີລາຄາເປັນທ່າງທຳ, ບັນດາມາດຕະການມີທິດສຳຜັດສັງລວມ, ຍືນຍົງ, ປະສິດທິຜົນໃນການປະຕິບັດ ແລະ ມີຂັ້ນຕອນໃຫ້ແກ່ການຜັນຂະຫຍາຍໃນໄລຍະຍາວນານ. ນະວັດຕະກຳຮຽກຮ້ອງຕ້ອງມີການຮ່ວມແຮງຮ່ວມໃຈ, ເຫັນດີເຫັນພ້ອມຈາກທົ່ວສັງຄົມ.

  ດ້ວຍຫົວເລື່ອງ “ນະວັດຕະກຳພ້ອມກັບວິສາຫະກິດ ໃນການຫັນເປັນດີຈີຕອນ, ເຂົ້າຮ່ວມລະບົບມູນຄ່າທົ່ວໂລກ” ນັ້ນ, ລາຍການທ້າທາຍນະວັດຕະກຳ ຫວຽດນາມ 2023 ໄດ້ດຶງດູດ 758 ມາດຕະການເຕັກໂນໂລຊີ ມາຈາກຫຼາຍປະເທດ, ໃນນັ້ນ ມີຫຼາຍມາດຕະການທີ່ສາມາດນຳໃຊ້ຢ່າງກ້ວາງຂວາງ ໃຫ້ແກ່ບັນດາອົງການຈັດຕັ້ງ, ວິສາຫະກິດຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ