ບັນ​ດາມ​າດ​ຕາ ພິ​ຈາ​ລະ​ນາ​ໂທດທ່ານ​ປະທານາທິບໍດີ Donald Trump ຈະ​ໄດ້ຍື່ນ​ສະ​ເໜ​ີ​ຕໍ່ ສະ​ພາ​ສູງ ອາ​ເມ​ລິ​ກາ ໃນ​ອາ​ທິດ​ຈະ​ມາ​ເຖິງ

(VOVWORLD) -ວັນທີ 10 ມັງກອນ, ທ່ານນາງ Nancy Pelosy ປະທານສະພາຕ່ຳອາເມລິກາ ໃຫ້ຮູ້ວ່າ: ທ່ານນາງອາດຈະຍື່ນສະເໜີບັນດາມາດຕາພິຈາລະນາໂທດຂອງທ່ານປະທານາທິບໍດີ Donald Trump ຕໍ່ສະພາສູງ ໃນອາທິດໜ້າ. 
ບັນ​ດາມ​າດ​ຕາ ພິ​ຈາ​ລະ​ນາ​ໂທດທ່ານ​ປະທານາທິບໍດີ Donald Trump ຈະ​ໄດ້ຍື່ນ​ສະ​ເໜ​ີ​ຕໍ່ ສະ​ພາ​ສູງ ອາ​ເມ​ລິ​ກາ ໃນ​ອາ​ທິດ​ຈະ​ມາ​ເຖິງ - ảnh 1ທ່ານປະທານາທິບໍດີອາເມລິກາ Donald Trump  ແລະ ທ່ານນາງ Nancy Pelosy ປະທານສະພາຕ່ຳອາເມລິກາ (ພາບ: AFP/TTXVN)

ທ່ານນາງ Pelosy ໃຫ້ຮູ້ຕື່ມອີກວ່າ ທ່ານນາງໄດ້ຮຽກຮ້ອງ ໃຫ້ປະທານກຳມາທິການດ້ານຕຸລາການຂອງສະພາຕ່ຳກະກຽມມະຕິສະບັບໜຶ່ງວ່າດ້ວຍການກຳນົດຜູ້ທີ່ສະເໜີບັນດາມາດຕານີ້ຢູ່ສະພາສູງ. ຖ້າຫາກວ່າໄດ້ ຍື່ນຕໍ່ສະພາສູງ, ອົງການນີ້ຈະຈັດຕັ້ງ ການພິພາກສາສຳລັບປະທານາທິບໍດີ ແລະ ມີຄວາມເປັນໄປໄດ້ສູງວ່າ ທ່ານ Donald Trump ຈະໄດ້ຮັບການ ຍົກເວັ້ນໂທດ ຍ້ອນວ່າ ປັດຈຸບັນ ສະພາສູງຍັງຢູ່ພາຍໃຕ້ສິດຄວບຄຸມຂອງ ພັກສາທາລະນະລັດ.

        ນັກຂ່າວ vov ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ