ບັນດາລັດຖະມົນຕີ ການເງິນ EU ບໍ່ບັນລຸໄດ້ຂໍ້ຕົກລົງ ກ່ຽວກັບການຕ້ານໜີພາສີ

ບັນດາລັດຖະມົນຕີ ການເງິນ EU ບໍ່ບັນລຸໄດ້ຂໍ້ຕົກລົງ ກ່ຽວກັບການຕ້ານໜີພາສີ - ảnh 1
(ພາບປະກອບ)
(vovworld) -  ລັດຖະມົນຕີ​ການ​ເງິ​ນບັນດາ​ປະ​ເທດ​ສະມາຊິກສະຫະພາບ​ເອີ​ລົບ (EU) ບໍ່​ບັນລຸ​ໄດ້​ຂໍ້​ຕົກລົງ​ສຸດ​ທ້າ​ຍກ່ຽວ​ກັບ​ຕ້ານ​ການ​ໜີ​ພາສີ, ​ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນດາ​ບຸລິມະສິດ​​ໃນໂຄງການດຳ​ເນີນ​ງານ​ຢູ່ກ​ອງປະ​ຊຸມ​ທີ່ພວມ​ດຳ​ເນີນຢູ່​ບຣຸກ​ແຊນ, ປະ​ເທດ​ແບນ​ຊິກ ​ເມື່ອ​ວັນ​ທີ 14/05. ​ກຳມະການ​ເອີ​ລົບ ຮັບຜິດຊອບ​ດ້ານ​ພາສີອາ​ກອນທ່ານ Algirdas Semeta ​ໄດ້​ສະ​ແດງ​ຄວາມ​ເສຍ​ຫວັງ​​ເມື່ອ​ຕ້ອງ​ເປັນ​ສັກຂີ​ພະຍານ​ຂໍ້​ຕົກລົງ​ສະບັບປັບປຸງ​ກ່ຽວ​ກັບ “ກົດໝາຍ ເກັບພາສີ​ເງິນ​ຝາກ​ຂອງ EU” ​ບໍ່​ບັນລຸ​ໄດ້​ໝາກຜົນ ຢູ່​ກອງ​ປະຊຸມ​ຄັ້ງ​ນີ້. ຕາມ​ທ່ານ​​ແລ້ວ, ຂໍ້​ຕົກລົງ​​ຕ້ານ​ການໜີ​ພາສີ ດ້ວຍ​ບັນດາ​ຂໍ້​ກຳນົດ​ຢ່າງ​​ເຄັ່ງ​ຄັດ​ກວ່າ​ແມ່ນ​ສຳຄັນ​ທ່ີາຸດຕໍ່​ທຸກໆ​ປະ​ເທດ​ສະມາຊິກ​ຂອງ EU ​ເພື່ອ​ແນ​ໃສ່​ກຳນົດ​ບັນດາ​ເປົ້າ​ໝາຍ​ໜີ​ພາສີ​​ໃນ EU ຢ່າງ​ງ່າຍ​ດາ​ຍກວ່າ. ທ່ານ Semeta ຖື​ວ່າ ​ເປັນ​ໜ້າ​ເສຍ​ດາ​ຍຖ້າ​ຫາກ​ເຄື່ອງມື​ຕ້ານ​ການ​ໜີ​ພາສີ​ບໍ່​ໄດ້​ຮັບ​ຖື​ເປັນ​ສຳຄັນ. Luxembourg ​​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ນ້ອຍ​ສຸດ ​ແຕ່​ພັດແມ່ນໜຶ່ງ​ໃນ​ບັນດາ​ປະ​ເທດ​ເຮັ່ງ​ມີ​ກວ່າ​ໝູ່​ຂອງ EU, ​ບໍ່​​ເຫັນ​ດີ​ຕໍ່​ຂໍ້​ຕົກລົງ​ຕ້ານ​ການ​ໜີ​ພາສີ.
ຂ່າວ/ບົດ​ອື່ນ