ບັນດາລັດຖະມົນຕີ ຈະຕອບຄຳຖາມ ຂອງປະຊາຊົນ ທາງໂທລະພາບ ປະຈຳອາທິດ

ບັນດາລັດຖະມົນຕີ  ຈະຕອບຄຳຖາມ   ຂອງປະຊາຊົນ     ທາງໂທລະພາບ     ປະຈຳອາທິດ - ảnh 1
                                    ບັນດາທ່ານລັດຖະມົນຕີ
                                         ພາບປະກອບຈາກ internet

(vovworld) - ທ່ານ​ນາຍົກລັດຖ​ະມົນຕີ ຫງວຽນ​ເຕີນ​ຢູງ ຫາ​ກໍ​ມອບ​ໃຫ້​ປະຕູຖານ​ຂໍ້​ມູນ​ເອ​ເລັກ​ໂຕ​ນິກຂອງ​ລັດຖະບານ ​ແລະ ​ໂທລະພາບ​ຫວຽດນາມ ສົມທົບ​ກັນ​ປະຕິບັດ​ລາຍການ “ປະຊາຊົນ​ຖາມ - ລັດຖ​ະມົນຕີ​ຕອບ​”. ທ່ານ​ນາຍົກລັດ​ຖະມົນຕີ​ຊີ້​ນຳ​ໃຫ້​ລັດຖະມົນຕີ​ບັນດາ​ກະຊວງ, ຫົວຫນ້າ​ບັນດາ​ອົງການ​ທຽບ​ເທົ່າ ສົມທົບ​ກັນ​ຢ່າງ​ແຫນ້ນ​ແຟ້ນກັບ​ປະຕູ​ຖານ​ຂໍ້​ມູນ​ເອ​ເລັກ​ໂຕ​ນິກຂອງ​ລັດຖະບານ ​ແລະ ​ໂທລະພາບ​ຫວຽດນາມ ປະຕິບັດ​ລາຍການ​ດັ່ງກ່າວ​ຕ້ອງ​ຮັບປະກັນ​ຄຸນ​ນະພາ​ບ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ ​ເພື່​ອ​ເປັນ​ເຈົ້າ​ການ, ​ອອກຂ່າວ​ກ່ຽວ​ກັບ​ຫນ້າ​ທີ່​ການ​ຄຸ້ມ​ຄອງ, ບໍລິຫານ​ຂອງ​ບັນດາ​ກະຊວງ, ຂະ​ແຫນງ​ການ​ຊຶ່ງ​ປະຊາຊົນ​ມີ​ຄວາມ​ສົນ​ໃຈຢ່າງ​ທັນ​ການ. ລາຍການ​ຈະ​ຖືກ​ອອກ​ອາກາດ​ດ້ວຍ​ເວລາ 5 -7 ນາທີ​ຜ່ານ​ປະຕູ​ຖານ​ຂໍ້​ມູນ​ເອ​ເລັກ​ໂຕ​ນິກຂອງ​ລັດຖະບານ ​ແລະ ລາຍການ​ຂ່າວ​ຂອງ​ໂທລະພາບ​ຫວຽດນາມ​ໃນ​ຕອນ​ຄຳ່​ປະຈຳອາທິດ.

ຕອບກັບ

ຂ່າວ/ບົດ​ອື່ນ