ບັນດາລັດຖະມົນຕີກະຊວງປ້ອງກັນປະເທດ EU ປືກສາຫາລືບັນຫາ ຢູແກຼນ

(VOVWORLD) - ນອກຈາກນັ້ນ, ບັນດາລັດຖະມົນຕີກະຊວງປ້ອງກັນປະເທດ EU ກໍ່ປຶກສາຫາລືສະພາບການຢູ່ ອາຟະລິກາ ແລະ ບັນດາພາກພື້ນອື່ນ.
ບັນດາລັດຖະມົນຕີກະຊວງປ້ອງກັນປະເທດ EU ປືກສາຫາລືບັນຫາ ຢູແກຼນ - ảnh 1ທ່ານນາງ Jana Cernochova, ລັດຖະມົນຕີກະຊວງປ້ອງກັນປະເທດ ສ. ເຊັກໂກ (ພາບ:AFP/TTXVN)

ວັນທີ 30 ສິງຫາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ບັນດາປະເທດສະຫະພາບ ເອີລົບ (EU) ດຳເນີນກອງປະຊຸມບໍ່ເປັນທາງການຢູ່ນະຄອນຫຼວງຂອງ ສ. ເຊັກໂກ.

        ກ່າວຄຳເຫັນກ່ອນທີ່ຈັດກອງປະຊຸມ, ທ່ານນາງ Jana Cernochova, ລັດຖະມົນຕີກະຊວງປ້ອງກັນປະເທດ ສ. ເຊັກໂກ ໃຫ້ຮູ້ວ່າ: ຫົວຂໍ້ສຳຄັນຂອງກອງປະຊຸມແມ່ນບັ້ນຮົບຢູ່ ຢູແກຼນ, ວິທີການທີ່ບັນດາປະເທດ EU ໜູນຊ່ວຍອຳນາດການປົກຄອງ Kiev. ນອກຈາກນັ້ນ, ບັນດາລັດຖະມົນຕີກະຊວງປ້ອງກັນປະເທດ EU ກໍ່ປຶກສາຫາລືສະພາບການຢູ່ ອາຟະລິກາ ແລະ ບັນດາພາກພື້ນອື່ນ.

        ໃນຂະນະນັ້ນ, ຜູ້ຕາງໜ້າຂັ້ນສູງ EU ຮັບຜິດຊອບກ່ຽວກັບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດທ່ານ Josef Borrell ຕີລາຄາສະພາບການຢູ່ ຢູແກຼນ ຍັງບໍ່ທັນໄດ້ຮັບການປັບປຸງເທື່ອ, EU ຈະສືບຕໍ່ສະໜອງການໜູນຊ່ວຍໃຫ້ແກ່ປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ