ບັນດາລັດຖະມົນຕີການຕ່າງປະເທດ-ເສດຖະກິດAPECຢືນຢັນຄຳຕັດສິນໃຈເພີ່ມທະວີການຮ່ວມສຳພັນເສດຖະກິດພາກພື້ນ

ບັນດາລັດຖະມົນຕີການຕ່າງປະເທດ-ເສດຖະກິດAPECຢືນຢັນຄຳຕັດສິນໃຈເພີ່ມທະວີການຮ່ວມສຳພັນເສດຖະກິດພາກພື້ນ - ảnh 1
ກອງ​ປະຊຸມ​ລະຫວ່າງ​ລັດຖະມົນຕີ​ການ​ຕ່າງປະ​ເທດ - ​ເສດຖະກິດ​ຄັ້ງ​ທີ 28

(vovworld) - ວັນ​ທີ 17/11, ຢູ່​ສູນ​ກອງປະຊຸມ​ນະຄອນຫລວງ Lima, ​ເປຣູ, ກອງ​ປະຊຸມ​ລະຫວ່າງ​ລັດຖະມົນຕີ​ການ​ຕ່າງປະ​ເທດ - ​ເສດຖະກິດ​ຄັ້ງ​ທີ 28 ຂອງ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ ອາຊີ - ປາຊີ​ຟິກ (APEC) ຖືກ​ໄຂຂຶ້ນຢ່າງ​ສົມ​ກຽດ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ແລະ ລັດຖະມົນຕີ​ເສດຖະກິດ​ຂອງ 21 ພື້ນຖານ​ເສດຖະກິດ​ເປັນ​ສະມາຊິກ APEC ພ້ອມ​ກັບ​ຜູ້ຕາງ​ໜ້າ​​ບັນດາອົງການສັງ​ເກດ​ການ​ຂອງ APEC. ຄະນະ​ຜູ້​ແທນ ຫວຽດນາມ ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບີ​ງມິ​ງ ນຳ​ໜ້າ​ຄະນະ​​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ.

        ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ​ນາງຮອງ​ປະທານາທິບໍດີ​ປະ​ເທດ​ເຈົ້າພາບ ​ເປຣູ Mercedes Rosalba Araoz Fernandez ປະທານ​ຄະນະ​ກຳມະການ​ແຫ່ງ​ຊາດ APEC 2016 ​ເນັ້ນ​ໜັກ​​ເຖິງ: ຄວາມ​ຕ້ອງການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ APEC ຕໍ່ໜ້າ​ບັນດາ​ສິ່ງ​ທ້າ​ທາຍ​ໃໝ່​ສຳລັບ​ການ​​ເຕີບ​ໂຕ ​ແລະ ຮ່ວມ​ສຳພັນ​ພາກ​ພື້ນ, ພ້ອມ​ທັງ ຕີ​ລາຄາ​ສູງ​ການ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນຂອງ​ບັນດາ​ພື້ນຖານ​ເສດຖະກິດ​ສະມາຊິກ ​ໃນ​ການ​ຜັນ​ຂະຫຍາຍ​ບັນດາ​ບຸລິມະສິດ​ຂອງ APEC ປີ 2016.

        ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບີ​ງມິ​ງ ຖື​ວ່າ: ຕໍ່ໜ້າ​ບັນດາ​ການ​ຫັນປ່ຽນຢ່າງ​ເລິກ​ເຊິ່ງ​ໃນສັກກະ​ລາດ​ແຫ່ງ​ດີ​ຈີ​ຕອນ, APEC ຄວນ​ສືບ​ຕໍ່​ສະ​ແດງ​ບົດບາດ​ເປັນ​ກົນ​ໄກລິ​ເລີ່​ມ​ແນວ​ຄວາມ​ຄິດ ​ແລະ ກຳລັງ​ໜູນ​ຂອງ​ການ​ເຕີບ​ໂຕ, ຮ່ວມ​ສຳພັນ​ພາກ​ພື້ນ. ​ເວທີ​ປາ​ໄສ​ຄວນ​ນຳ​ໜ້າ ​ເຮັດ​ໃຫ້ດ້ານການ​ຄ້າ ​ແລະ ການ​ລົງທຶນ​ຢູ່​ພາກ​ພື້ນມີ​ຊີວິດ​ຊີວາ ກໍ່​ຄືປະສານ​​ບັນດາ​ການ​ຮ່ວມ​ສຳພັນຫລາຍ​ຊັ້ນ​ພາກ​ພື້ນ, ​ໃນ​ນັ້ນ​ມີ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP), ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ໃນ​ພາກ​ພື້ນ (RCEP), ປະຊາ​ຄົມ ອາ​ຊຽນ, ສຳພັນ​ທະ​ມິດ​ປາຊີ​ຟິກ…ມຸ່ງ​ໄປ​ເຖິງການ​ສ້າງ​ຕັ້ງ​ພາກ​ພື້ນ​ການ​ຄ້າ​ເສລີ​ໂດຍ ອາຊີ - ປາຊີ​ຟິກ (FTAAP) ​ແລະ ການ​ພົວພັນ​ຄູ່​ຮ່ວມ​ມື​ທົ່ວ​ພາກ​ພື້ນ. ທ່ານ ຟ້າ​ມບີ​ງມິ​ງ ຢືນຢັນ​ວ່າ: ຫວຽດນາມ ຍູ້​ແຮງ​ການ​ປ່ຽນ​ໃໝ່​ຄົບ​ຊຸດ, ຮອບດ້ານ ​ແລະ ​ເຊື່ອມ​​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ ​ແລະ ພ້ອມ​ກັບ​ບັນດາ​ສະມາຊິກ APEC ສືບ​ຕໍ່​ມານະ​ພະ​ຍາ​ຍາມ​ປະກອບສ່ວນ​ເຂົ້າ​ໃນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ການຮ່ວມ​ສຳພັນ ​ແລະ ຄວາມ​ວັດທະນາ​ຖາວອນ​ຢູ່​ພາກ​ພື້ນ.

 

 

ຂ່າວ/ບົດ​ອື່ນ