ບັນດາລັດຖະມົນຕີການເງິນ APEC ສະເໜີບັນດາວິທີການຊຸກຍູ້ການເຕີບໂຕ

(VOVWORLD) - ຕາມຖະແຫຼງການຮ່ວມແລ້ວ, ບັນດາລັດຖະມົນຕີກະຊວງການເງິນໄດ້ຊີ້ແຈ້ງວ່າບັນດາພື້ນຖານເສດຖະກິດ APEC ຄວນຊຸກຍູ້ບັນດານະໂຍບາຍ

ບັນດາລັດຖະມົນຕີການເງິນ APEC ສະເໜີບັນດາວິທີການຊຸກຍູ້ການເຕີບໂຕ - ảnh 1ກອງປະຊຸມລັດຖະມົນຕີການເງິນ APEC 

(ພາບ:apec.org)

ບັນດາພື້ນຖານເສດຖະກິດສະມາຊິກຂອງເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຄວນຍົກສູງສະມັດຕະພາບ ແລະ ຊຸກຍູ້ການເຕີບໂຕໃນສະພາບທີ່ການເຕີບໂຕເສດຖະກິດທົ່ວໂລກພວມປະເຊີນໜ້າກັບບັນດາສິ່ງທ້າທາຍ. ເນື້ອໃນດັ່ງກ່າວຖືກຍົກອອກມາໃນຖະແຫຼງການຮ່ວມທີ່ກອງປະຊຸມລັດຖະມົນຕີການເງິນ APEC ດ້ວຍຫົວຂໍ້ ມຸ່ງໄປເຖິງອະນາຄົດຫັນເປັນດີຈີຕອນ ທີ່ດຳເນີນຢູ່ນະຄອນຫຼວງ Port Moresby ຂອງ ປາປົວນິວກີນີ ໃນວັນທີ 17 ຕຸລາ.

        ຕາມຖະແຫຼງການຮ່ວມແລ້ວ, ບັນດາລັດຖະມົນຕີກະຊວງການເງິນໄດ້ຊີ້ແຈ້ງວ່າບັນດາພື້ນຖານເສດຖະກິດ APEC ຄວນຊຸກຍູ້ບັນດານະໂຍບາຍ ແລະ ການປະຕິຮູບຊ່ວຍຍົກສູງສະມັດຕະພາບ ແລະ ຄວາມສາມາດບົ່ມຊ້ອນໃນການເຕີບໂຕ, ຈາກນັ້ນ, ຍູ້ໄວລະດັບການເຕີບໂຕໃນປະຈຸບັນ ແລະ ຍົກສູງແງ່ຫວັງການເຕີບໂຕໃນໄລຍະກາງ. ຖະແຫຼງການໄດ້ເນັ້ນຫນັກການເງິນຮອບດ້ານວ່າແມ່ນປັດໄຈແກ່ນສານໃນການພັດທະນາ ແລະ ການເຕີບໂຕແບບກວມລວມ.

ຕອບກັບ

ຂ່າວ/ບົດ​ອື່ນ