ບັນດາລາຍການຕ້ອນຮັບບຸນປີໃໝ່ປະຈຳຊາດຂອງປະຊາຄົມຊາວຫວຽດນາມ ຢູ່ຫຼາຍປະເທດ

(VOVWORLD) - ເນື່ອງໃນໂອກາດບຸນເຕັດປະເພນີຂອງຊາດ, ໃນຊຸມມື້ນີ້, ຢູ່ຫຼາຍປະເທດ, ປະຊາຄົມຊາວຫວຽດນາມ ຢູ່ຫຼາຍປະເທດໃນໂລກຈັດຕັ້ງບັນດາລາຍການຕ້ອນຮັບລະດູບານໃໝ່ປີມະໂລງ 2024
ບັນດາລາຍການຕ້ອນຮັບບຸນປີໃໝ່ປະຈຳຊາດຂອງປະຊາຄົມຊາວຫວຽດນາມ ຢູ່ຫຼາຍປະເທດ - ảnh 1ຜູ້ຕາງໜ້າສະຖານທູດຫວຽດນາມປະຈຳເຊັກໂກ, ສະມາຄົມຊາວຫວຽດນາມປະຈຳເຊັກໂກ ຖ່າຍຮູບເປັນທີ່ລະນຶກ

     ໃນບັນຍາກາດຕ້ອນຮັບລະດູບານໃໝ່, ຕອນຄ່ຳວັນທີ 27 ມັງກອນນີ້, ສະຖານກົງສູນໃຫຍ່ຫວຽດນາມ ປະຈຳ Frankfurt, ເຢຍລະມັນ ໄດ້ຈັດຕັ້ງບຸນເຕັດວົງຄະນະຍາດເພື່ອຕ້ອນຮັບປີໃໝ່ປີມະໂລງ 2024.

    ກ່າວຄຳເຫັນທີ່ພິທີ, ທ່ານນາງ ຫງວຽນກີງເຟືອງ, ສະຖານກົງສູນຫວຽດນາມ ປະຈຳ Frankfurt ໄດ້ຮຽກຮ້ອງໃຫ້ປະຊາຄົມຊາວ ຫວຽດນາມ ສືບຕໍ່ໜູນຊ່ວຍ ແລະ ສະໜັບສະໜູນບັນດາການເຄື່ອນໄຫວຂອງສະຖານກົງສຸນໃຫຍ່ Frankfurt ເພື່ອແນໃສ່ສ້າງສາບ້ານເກີດເມືອງນອນ ແລະ ປະເທດຊາດ. ລາຍການບຸນເຕັດວົງຄະນະຍາດປີນີ້ ມີນັກສິລະປິນ, ນັກຮ້ອງຂອງຄະນະສິລະປະກອນນະຄອນໂຮ່ຈິມິນເຂົ້າຮ່ວມສະແດງ. ບັນດາຮ້ານວາງສະແດງອາຫານການກິນຫວຽດນາມ ແລະ ອາຫານພື້ນເມືອງໃນຊຸມມື້ບຸນເຕັດ ກໍ່ປະກອບສ່ວນເຮັດໃຫ້ລາຍການຕ້ອນຮັບບຸນເຕັດເພີ່ມຄວາມອົບອຸ່ນ ແລະ ເຂັ້ມຂົ້ນໄປດ້ວຍສີສັນຊາດ.

     ຕອນຄ່ຳວັນທີ 27 ມັງກອນນີ້, ສະມາຄົມຊາວຫວຽດນາມ ຢູ່ແຂວງ Pardubice, ສາທາລະນະລັດ ເຊັກໂກ ໄດ້ຈັດຕັ້ງລາຍການຕ້ອນຮັບບຸນປີໃໝ່ປະຈຳຊາດປີມະໂລງ 2024 ແລະ ສະເຫຼີມສະຫຼອງວັນ ຄົບຮອບ 10 ປີແຫ່ງວັນສ້າງຕັ້ງສະມາຄົມ.

     ແລະກໍ່ໃນວັນດຽວກັນ, ສະຖານທູດ ຫວຽດນາມ ປະຈຳ Pretoria ປະເທດອາຟຼິກາໃຕ້ ໄດ້ຈັດຕັ້ງລາຍການຕ້ອນຮັບລະດູບານໃໝ່ຢູ່ບ້ານເກີດເມືອງນອນ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາຟະລິກາໃຕ້ ຮ່ວາງຊິເກືອງ ຢືນຢັນວ່າ ພັກ ແລະ ລັດ ຍາມໃດກໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກ ແລະ ໜູນຊ່ວຍປະຊາຊົນຮັກສາສະຖຽນລະພາບ, ມີຄວາມໝັ້ນໃຈທຳມາຫາກິນ ດຳເນີນທຸລະກິດ, ເຊື່ອມໂຍງເຂົ້າກັບຊີວິດສັງຄົມຂອງປະເທດປະຈຳຖິ່ນ, ພ້ອມທັງຮັກສາສາຍພົວພັນຢ່າງສະໜິດແໜ້ນກັບບ້ານເກີດເມືອງນອນ ແລະ ຕັ້ງໜ້າເຂົ້າຮ່ວມວຽກງານກໍ່ສ້າງ ແລະ ພັດທະນາປະເທດຊາດ.

     ໃນເວລາ 2 ວັນຄື 27-28 ມັງກອນ, ສະຖານທູດຫວຽດນາມ ປະຈຳມາເລເຊຍ ແລະ ສະມາຄົມມິດຕະພາບມາເລເຊຍ - ຫວຽດນາມ ໄດ້ສົມທົບກັນຈັດຕັ້ງ “ບຸນປີໃໝ່ປະຈຳຊາດຫວຽດນາມ 2024” ຢູ່ເຂດໃຈກາງ Bukit Bintang ຢູ່ນະຄອນຫຼວງ Kuala Lumpur. .

     ຕອນຄ່ຳວັນທີ 27 ມັງກອນນີ້, ສະຖານທູດຫວຽດນາມ ປະຈຳ ສິງກະໂປ ໄດ້ຈັດຕັ້ງລາຍການຕ້ອນຮັບບຸນປີໃໝ່ປະຈຳຊາດປີມະໂລງ 2024. ພໍ່ແມ່ພີນ້ອງຊາວຫວຽດນາມໄດ້ຮັບຊົມລາຍການສະແດງສິລະປະໂດຍນັກຮ້ອງທີ່ມາຈາກຫວຽດນາມ ແລະ ລາຍການສະແດງສິລະປະໂດຍຊາວ ຫວຽດນາມ ຢູ່ທີ່ນີ້ສະແດງ.

ຕອບກັບ

ຂ່າວ/ບົດ​ອື່ນ