ບັນດາວິສາຫະກິດ ຫວຽດນາມ ຫລາຍແຫ່ງເຂົ້າຮ່ວມງານຕະຫລາດນັດສະບຽງອາຫານສາກົນຢູ່ ອິນໂດເນເຊຍ

(VOVWORLD) -  ວັນທີ 21 ພະຈິກ, ງານຕະຫລາດນັດສາກົນກ່ຽວກັບສະບຽງອາຫານ, ເຄື່ອງດື່ມ ແລະ ເຕັກໂນໂລຊີ SIAL InterFood ໄດ້ໄຂຂຶ້ນຢູ່ສູນຕະຫລາດນັດວາງສະແດງສາກົນ ຈາກາກຕາ, ປະເທດ ອິນໂດເນເຊຍ.
ບັນດາວິສາຫະກິດ ຫວຽດນາມ ຫລາຍແຫ່ງເຂົ້າຮ່ວມງານຕະຫລາດນັດສະບຽງອາຫານສາກົນຢູ່ ອິນໂດເນເຊຍ - ảnh 1ງານຕະຫລາດນັດ Sial Interfood 2018 ຢູ່ Jakarta , ອິນໂດເນເຂຍ ພາບ: Sial Interfood.com

ເພື່ອແນໃສ່ຍາດແຍ່ງກາລະໂອກາດຢ່າງສຸດຂີດ ເພື່ອເພີ່ມທະວີການໂຄສະນາ ແລະ ແນະນຳບັນດາຜະລິດຕະພັນກະເສດ, ສິນໃນນ້ຳພາຍໃນປະເທດ, ທູດການຄ້າ ຫວຽດນາມ ປະຈຳ ອິນໂດເນເຊຍ ໄດ້ເຂົ້າຮ່ວມວາງສະແດງຂາຍສິນຄ້າຢູ່ SIAL InterFood ຄັ້ງນີ້. ຮ້ານວາງສະແດງຂອງ ຫວຽດນາມ ໄດ້ວາງສະແດງຂາຍບັນດາຜະລິດຕະພັນທີ່ມີທ່າແຮງ ແລະ ມີຄວາມສາມາດບົ່ມຊ້ອນຄື: ໝາກມ່ວງຫິມະພານ, ໝາກພິກໄທ, ເຂົ້າສານ, ກາເຟ, ຊາ…ໄດ້ດຶງດູດຄວາມສົນໃຈຈາກບັນດາບໍລິສັດນຳເຂົ້າ, ບໍລິສັດຂາຍຍ່ອຍ ອິນໂດເນເຊຍ ແລະ ສາກົນເປັນຈຳນວນຫລາຍ. ດ້ວຍການໜູນຊ່ວຍຈາກທູດການຄ້າ ຫວຽດນາມ ປະຈຳ ອິນໂດເນເຊຍ, ວິສາຫະກິດສົ່ງອອກຜະລິດຕະພັນກະເສດ ແລະ ເຕັກໂນໂລຊີສະບຽງອາຫານ, ເຄື່ອງໃຊ້ຄົວເຮືອນໃຫຍ່ພາຍໃນປະເທດບາງແຫ່ງ ໄດ້ເຂົ້າຮ່ວມວາງສະແດງຂາຍຜະລິດຕະພັນໂດຍກົງ, ໃນນັ້ນ ມີບໍລິສັດ Gold Nuts Food, ບໍລິສັດ ລອງກວນ Safe Food ແລະ ກຸ່ມບໍລິສັດ Sun House…

ຕອບກັບ

ຂ່າວ/ບົດ​ອື່ນ