ບັນດາ​ວິ​ສາ​ຫະກິດ ​ເອີ​ຣົບ ມີ​ຄວາມ​ປະ​ເອີບ​ໃຈຕໍ່​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ຂອງ ຫວຽດນາມ ​ໃນ​ປີ 2022

(VOVWORLD) -ບັນດາວິສາຫະກິດ ເອີຣົບ ພວມມີການຕີລາຄາຢ່າງປະເອີບໃຈກວ່າກ່ຽວກັບສະພາບແວດລ້ອມດ້ານການຄ້າ ແລະ ການລົງທຶນຂອງ ຫວຽດນາມ, ໂດຍອີງຕາມໝາກຜົນຫຼ້າສຸດຂອງດັດຊະນີສະພາບແວດລ້ອມແຫ່ງການດຳເນີນທຸລະກິດ (BCI) ຈາກສະຫະສະມາຄົມວິສາຫະກິດເອີຣົບຢູ່ ຫວຽດນາມ (EuroCham).
ບັນດາ​ວິ​ສາ​ຫະກິດ ​ເອີ​ຣົບ ມີ​ຄວາມ​ປະ​ເອີບ​ໃຈຕໍ່​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ຂອງ ຫວຽດນາມ ​ໃນ​ປີ 2022 - ảnh 1ດັດຊະນີ BCI ບັນລຸໄດ້ລະດັບສູງສຸດນັບໂຄວິດ-19 ແຜ່ລະບາດຮອບ ທີ 4   ດ້ວຍ 61 ຄະແນນ (ພາບ: EuroCham)

ສີ້ດສຸດ ປີ 2021, ບັນດາວິສາຫະກິດ ເອີຣົບ ພວມມີການຕີລາຄາຢ່າງປະເອີບໃຈກວ່າກ່ຽວກັບສະພາບແວດລ້ອມດ້ານການຄ້າ ແລະ ການລົງທຶນຂອງ ຫວຽດນາມ, ໂດຍອີງຕາມໝາກຜົນຫຼ້າສຸດຂອງດັດຊະນີສະພາບແວດລ້ອມແຫ່ງການດຳເນີນທຸລະກິດ (BCI) ຈາກສະຫະສະມາຄົມວິສາຫະກິດເອີຣົບຢູ່ ຫວຽດນາມ (EuroCham).

ຕາມນັ້ນແລ້ວ, ດັດຊະນີສະພາບແວດລ້ອມແຫ່ງການດຳເນີນທຸລະກິດຂອງຫວຽດນາມ ບັນລຸໄດ້ລະດັບສູງສຸດນັບໂຄວິດ-19 ແຜ່ລະບາດຮອບ ທີ 4   ດ້ວຍ 61 ຄະແນນ, ເພີ່ມຂຶ້ນ 42 ຄະແນນ ເມື່ອທຽບໃສ່ໄຕມາດທີ 3 ປີ 2021, ພາຍຫຼັງສີ້ນສຸດການເວັ້ນໄລຍະຫ່າງທາງສັງຄົມ ແລະ ບັນດາການເຄື່ອນໄຫວການຄ້າກັບຄືນສູ່ ປົກກະຕິ. ໃນປະຈຸບັນ, ດັດຊະນີສະພາບແວດລ້ອມແຫ່ງການດຳເນີນທຸລະກິດຍັງຕໍ່າກວ່າຈຸດສູງສຸດກ່ອນການເກີດໂລກລະບາດ. ເຖິງຢ່າງໃດກໍ່ຕາມ, ສາມາດເຫັນໄດ້ວ່າຄວາມໝັ້ນໃຈຂອງບັນວິສາຫະກິດແມ່ນຄ່ອຍໆກັບຄືນມາ.

ມີເຖິງ 58% ຈຳນວນການນໍາທຸລະກິດ ເອີຣົບ ໃນປັດຈຸບັນກໍາລັງຄາດຄະເນສະຖຽນລະພາບ ແລະ ການເຕີບໂຕເສດຖະກິດ ໃນໄຕມາດທໍາອິດຂອງປີນີ້, ເພີ່ມຂຶ້ນ 8 ຄະແນນ ເມືອທຽບໃສ່ໄລຍະຜ່ານມາ. ຜູ້ນໍາວິສາຫະກິດຫຼາຍຄົນກໍ່ມີຄວາມໝັ້ນຫຼາຍຂຶ້ນກ່ຽວກັບແງ່ຫວັງພັດທະນາວິສາຫະກິດໃນໄລຍະ “ປົກກະຕິໃໝ່” ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ