ບັນດາ​ວິ​ສາ​ຫະກິດ​ຂອງ​ສະຫະ​ສະມາຄົມ​ຜັກ​ໝາກ​ໄມ້ ຫວຽດນາມ ​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ Fruit Logistica 2020

(VOVWORLD) -ວັນທີ 05 ກຸມພາ, Fruit Logistica 2020 ແມ່ນງານຕະຫຼາດນັດວາງສະແດງ ແລະ ຂາຍສົ່ງບັນດາຜະລິດຕະພັນໝາກໄມ້ສົດໃຫຍ່ສຸດໃນໂລກ ເຊິ່ງໄດ້ໄຂຂຶ້ນຢູ່ Berlin ປະເທດ ເຢຍລະມັນ. 
ບັນດາ​ວິ​ສາ​ຫະກິດ​ຂອງ​ສະຫະ​ສະມາຄົມ​ຜັກ​ໝາກ​ໄມ້ ຫວຽດນາມ ​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ Fruit Logistica 2020 - ảnh 1 ຮ້ານວາງຂາຍສິນຄ້າຂອງຫວຽດນາມຢູ່ງານຕະຫຼາດນັດ (ພາບ: TTXVN)

        ປີນີ້ແມ່ນປີທີ 2 ເຊິ່ງບັນດາວິສາຫະກິດຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດ, ດ້ວຍວິສາຫະກິດ 9 ແຫ່ງໃນຂົງເຂດຜະລິດ ແລະ ປຸງແຕ່ງຜັກ, ໝາກໄມ້, ສົ່ງອອກ. ນີ້ແມ່ນເນື້ອໃນທີ່ນອນໃນລາຍການສົ່ງເສີມແຫ່ງຊາດ ປີ 2020 ໂດຍກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ - ກົມສົ່ງເສີມການຄ້າອະນຸມັດຜ່ານ ແລະ ສະຫະສະມາຄົມຜັກ, ໝາກໄມ້ຫວຽດນາມ Vinafruit ຈັດຕັ້ງ.

        ໃນໄລຍະດໍາເນີນງານຕະຫຼາດນັດ, ຄາດວ່າບັນດາຮ້ານວາງສະແດງສິນຄ້າຂອງຫວຽດນາມ ຈະຕ້ອນຮັບລູກຄ້າເອີຣົບໄດ້ເປັນຈໍານວນຫຼວງຫຼາຍ, ໃນນັ້ນ ມີບັນດາຄູ່ຮ່ວມມືລາຍໃຫຍ່ຂອງເຢຍລະມັນ ໄດ້, ກໍາລັງ ແລະ ຄາດວ່າຈະນໍາເຂົ້າບັນດາຜະລິດຕະພັນໝາກໄມ້ສົດຂອງຫວຽດນາມ. ປັດຈຸບັນ, ບັນດາລະບົບຮ້ານສັບພະສິນຄ້າແຖວໜ້າຂອງເຢຍລະມັນຄື Netto, Edeka, Selgros ໄດ້ນໍາເຂົ້າ ແລະ ຈໍາໜ່າຍສໍາເລັດບັນດາຜະລິດຕະພັນໝາກໄມ້ຂອງຫວຽດນາມ ພິເສດແມ່ນໝາກມັງກອນ. ບັນດາປະເພດສິນຄ້າອື່ນໆຄື ໝາກນອດສົດ, ເນື້ອໝາກພ້າວສົດຂູດ, ເນື້ອໝາກພ້າວຂູດອົບແຫ້ງ, ໝາກກວ້ຍ, ໝາກມັງກອນອົບແຫ້ງ ກໍໝັ້ນໝາຍວ່າ ຈະມີສັນຍາຊື້ຂາຍໃນໄລຍະຈະມາເຖິງ. 

ຕອບກັບ

ຂ່າວ/ບົດ​ອື່ນ