ບັນດາວິສາຫະກິດຂະໜາດກາງແລະນ້ອຍສວມບົດບາດສຳຄັນໃນການເຄື່ອນໄຫວດ້ານການຄ້າ

(VOVWORLD) -ວັນທີ 31 ຕຸລາ, ຢູ່ຮ່າໂນ້ຍ, ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ (VCCI) ໄດ້ສົມທົບກັບທະນາຄານ Standard Chartered ຫວຽດນາມ ຈັດກອງປະຊຸມສຳມະນາ “ໜູນຊ່ວຍການຄ້າສາກົນໃຫ້ວິສາຫະກິດຂະໜາດກາງ ແລະ ນ້ອຍ” ດ້ວຍການເຂົ້າຮ່ວມຂອງນັກຊ່ຽວຊານຫຼາຍຄົນ.

ບັນດາວິສາຫະກິດຂະໜາດກາງແລະນ້ອຍສວມບົດບາດສຳຄັນໃນການເຄື່ອນໄຫວດ້ານການຄ້າ - ảnh 1 ກອງປະຊຸມສຳມະນາ “ໜູນຊ່ວຍການຄ້າສາກົນໃຫ້ວິສາຫະກິດຂະໜາດກາງ ແລະ ນ້ອຍ”

(ພາບ: BNEWS/TTXVN)

ທີ່ກອງປະຊຸມ, ທ່ານນາງ ຟ້າມທິທູຮັ່ງ, ເລຂາທິການໃຫຍ່ VCCI ໃຫ້ຂໍ້ສັງເກດວ້າ, ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ໄດ້ປະກອບສ່ວນຢ່າງແຮງເຂົ້າໃນການເຄື່ອນໄຫວດ້ານການຄ້າ, ສ້າງວຽກເຮັດງານທຳ ແລະ ຊຸກຍູ້ການເຕີບໂຕເສດຖະກິດຫວຽດນາມ ໃນຫຼາຍປີຜ່ານມາ. ສະນັ້ນ, ເລື່ອງສະໜອງໃຫ້ກຸ່ມວິສາຫະກິດດັ່ງກ່າວບັນດາການໜູນຊ່ວຍທີ່ຈຳເປັນເພື່ອພັດທະນາຢ່າງມີປະສິດທິຜົນ ແລະ ໝັ້ນຄົງ ໄດ້ປະກອບສ່ວນສຳຄັນ. ໃນຂະນະນັ້ນ, ທ່ານ Nirukt Sapru, ຜູ້ອຳນວຍການໃຫຍ່ທະນາຄານ Standard Chartered ຫວຽດນາມ ວິຈານວ່າ, ໃນໄລຍະ 20 ປີຜ່ານມາ, ຫວຽດນາມ ໄດ້ຮັບຜົນປະໂຫຍດຫຼາຍຢ່າງຈາກການເປີດກວ້າງການພົວພັນດ້ານການຄ້າ ແລະ ການລົງທຶນກັບຫຼາຍປະເທດ. ໃນວິວັດການນັ້ນ, ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ໄດ້ສວມບົດບາດສຳຄັນ. ປະຈຸບັນ, ຫວຽດນາມ ພວມເປີດກວ້າງການພົວພັນດ້ານການຄ້າກັບໂລກ ແລະ ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ຈະແມ່ນສ່ວນໜຶ່ງຕົ້ນຕໍ່ໃນວິວັດທະນາການດັ່ງກ່າວ. ສິ່ງດັ່ງກ່າວຈະປະກອບສ່ວນນຳຫວຽດນາມ ເຊື່ອມໂຍງເຂົ້າລະບົບສະໜອງທົ່ວໂລກຢ່າງເລິກເຊິ່ງ, ກວ້າງຂວາງກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ