ບັນດາວິສາຫະກິດສິງກະໂປເຊື່ອໝັ້ນ ຕໍ່ຄວາມສາມາດບົ່ມຊ້ອນອັນ ຍາວນານຂອງຫວຽດນາມ

ບັນດາວິສາຫະກິດສິງກະໂປເຊື່ອໝັ້ນ ຕໍ່ຄວາມສາມາດບົ່ມຊ້ອນອັນ ຍາວນານຂອງຫວຽດນາມ - ảnh 1

(ພາບປະກອບ: vinacorp.vn)

(vovworld)- ຜູ້ອຳນວຍການ​ອົງການ​ສົ່ງ​ເສີມ​ດຳ​ເນີນ​ທຸລະ​ກິດ ​ແລະ ລົງທຶນ​ຕ່າງປະ​ເທດ (IE) ຂອງ​ສິງ​ກະ​ໂປ, ທ່ານ Teo Eng Cheong ຢືນຢັນ​ວ່າ: ບັນດາ​ວິ​ສາ​ຫະກິດ​ສິງກະ​ໂປ ມີ​ຄວາມ​ເຊື່ອໝັ້ນຕໍ່​ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນ​ຍາວ​ນານ​ຂອງ ຫວຽດນາມ ສະນັ້ນ, ຈະ​ບໍ່​ປະ​ບັນດາ​ກາລະ​ໂອກາດ​​ໄດ້​ສ້າງ​ຂຶ້ນ​ຈາກ​ການ​ພັດທະນາ​ຕົວ​ເມືອງ​ຢ່າງ​ວ່ອງ​ໄວ, ​ເສດຖະກິດ​ພາຍ​ໃນ​ໃຫ່ຍ ​ແລະ ​ແຫຼ່ງຊັບພະຍາກອນ​ທຳ​ມະ​ຊາດ​ອັນ​ອຸດົມ​ສົບ​ບູນຂອງ​ຫວຽດນາມ. ທ່ານ Teo ຖື​ວ່າ: ຂົງ​ເຂດ​ໃຊ້​ສອຍ​ພວມ​ມີ​ການພັດທະນາ​ຢ່າງ​ໄວວາ​ຢູ່​ຫວຽດນາມ ​ຍ້ອນ​ພົນລະ​ເມືອງ​ຕົວ​ເມືອງ​ເພີ່ມ​ຂຶ້ນ​ຢ່າງ​ໄວວາ, ລະດັບ​ຄວາມ​ຮູ້​ນັບ​ມື້​ນັບ​ສູງ ​ແລະ ລາຍ​ຮັບ​ຂອງ​ຜູ້​ອອກ​ແຮງ​ງານ​ເພີ່ມ​ຂຶ້ນ. ທ່ານ​ຖື​ວ່າ: ນີ້​ແມ່ນ​ກາລະ​ໂອກາດ​ທີ່​ດີ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ​ເຄື່ອນ​ໄຫວ​ໃນ​ບັນດ​າຂົງ​ເຂດ​ການ​ສຶກສາ, ນ້ຳ​ດື່ມ ​ແລະ ​ເບິ່ງ​ແຍງ​ດູ​ແລ​ດ້ານ​ສາທາລະນະ​ສຸກ. ປະຈຸ​ບັນ, ສິງກະ​ໂປ ຢືນ​ອັນ​ດັບ​ທີ 3 ​ໃນ​ຈຳນວນ​ບັນດາ​ປະ​ເທດ ​ແລະ ​ເຂດ​​ແຄ້ວ​ນລົງທຶນ​ເຂົ້າຫວຽດນາມ ດ້ວຍກ່ວາ 1000 ​ໂຄງການລວມ​ຍອດ​ຈຳນວນ​ທຶນ​ກ່ວາ 22 ຕື້​ໂດ​ລາ​ສະຫະລັດ​. ສິງກະ​ໂປ ກໍ່​ແມ່ນ​ຄູ່​​ຄ້າລາຍ​ໃຫ່ຍອັນ​ດັບ​ທີ 6 ຂອງ​ຫວຽດນາມ ດ້ວຍ​ຍອດ​ວົງ​ເງິນ​ການ​ຄ້າ​ບັນລຸ​ເກືອບ 13 ຕື້​ໂດ​ລາ​ສະຫະລັດ​ໃນ​ປີ 2012.

ຂ່າວ/ບົດ​ອື່ນ