ບັນ​ດາວິ​ສາ​ຫະ​ກິດ​ຫວຽດນາມ​ມີໂອ​ກາດ​​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດຫຼາຍ​ຢ່າງ​ຢູ່​ ມຽນ​ມາ

(VOVWORLD) -ມຽນມາແມ່ນຕະຫຼາດລົງທຶນ, ດຳເນີນທຸລະກິດທີ່ເໝາະສົມສຳລັບວິສາຫະກິດຫວຽດນາມຫຼາຍແຫ່ງ, ນີ້ແມ່ນຂໍ້ສັງເກດຂອງຜູ້ແທນຫຼາຍທ່ານທີ່ກອງປະຊຸມສຳມະນາ “ແງ່ຫວັງຂອງຕະຫຼາດມຽນມາ ໃນໄລຍະແຫ່ງການເຊື່ອມໂຍງ”, ໂດຍ ສູນສົ່ງເສີມການຄ້າ ແລະ ການລົງທຶນ ນະຄອນໂຮ່ຈີມິນ (ITPC)ຈັດຕັ້ງຂຶ້ນ ໃນວັນທີ 19 ພະຈິກ.

ທ່ານ ນາງ ຫວໍທິງອັກຢຽບ, ທີ່ປຶກສາດ້ານການຄ້າຫວຽດນາມປະຈຳມຽນມາໃຫ້ຮູ້ວ່າ: ການຄ້າແລະການລົງທຶນຂອງຫວຽດນາມຢູ່ ມຽນມາ ພວມພັດທະນາແລະແມ່ນຈຸດພົ້ນເດັ່ນໃນການພົວພັນລະຫວ່າງສອງປະເທດໄລຍະທີ່ຜ່ານມາ.

        ປັດຈຸບັນ, ຫວຽດນາມແມ່ນໜຶ່ງໃນ 10 ຄູ່ຮ່ວມມືດ້ານການຄ້າໃຫ່ຍທີ່ສຸດຂອງມຽນມາ, ແມ່ນຕະຫຼາດທີ່ມີທ່າແຮງບົ່ມຊ້ອນຕໍ່ກັບກຸ່ມປະເພດສິນຄ້າແລະການບໍລິການຕ່າງໆ ຈາກຫວຽດນາມຄື: ເຫຼັກກ້າແລະຜະລິດຕະພັນຈາກເຫຼັກກ້າ, ຜະລິດຕະພັນແລະອຸປະກອນເຄື່ອງໄຟຟ້າ, ລົດຈັກແລະລົດຖີບ, ສະບຽງອາຫານແລະວັດຖຸດິບປຸງແຕ່ງສະບຽງອາຫານ, ສິນຄ້າເອເລັກໂຕຼນິກແລະເຄື່ອງໄຟຟ້າ, ການກໍ່ສ້າງ, ເຕັກໂນໂລຊີຂໍ້ມູນຂ່າວສານ, ໂທລະຄົມມະນາຄົມ… ກ່ຽວກັບການລົງທຶນ, ຫວຽດນາມຢືນຢູ່ ອັນດັບທີ່ 7 ໃນ 50 ປະເທດແລະເຂດແຄ້ວນທີ່ມີໂຄງການການລົງທຶນຢູ່ ມຽນມາດ້ວຍ 25 ໂຄງການ, ມີທຶນຈົດທະບຽນທັງໝົດ 2,16 ຕື້ ໂດລາສະຫະລັດ. ມາຮອດປັດຈຸບັນ, ໄດ້ມີບັນດາວິສາຫະກິດຫວຽດນາມກວ່າ 200 ແຫ່ງທີ່ພວມດຳເນີນທຸລະກິດແລະລົງທຶນຢູ່ມຽນມາດ້ວຍຫຼາຍຮູບການ.

ຕອບກັບ

ຂ່າວ/ບົດ​ອື່ນ