ບັນດາວິສາຫະກິດແລະພັກການເມືອງສ.ເກົາຫຼີປະຕິກິລິຍາກ່ຽວກັບການຢຸດຕິການເຄື່ອນໄຫວຢູ່ເຂດອຸດສາຫະກຳKaesong

ບັນດາວິສາຫະກິດແລະພັກການເມືອງສ.ເກົາຫຼີປະຕິກິລິຍາກ່ຽວກັບການຢຸດຕິການເຄື່ອນໄຫວຢູ່ເຂດອຸດສາຫະກຳKaesong - ảnh 1
(ພາບປະກອບຈາກ AFP/TTXVN)

(vovworld) –  ພາຍຫຼັງ​ລັດຖະບານ ສ. ​ເກົາຫຼີ ​ໄດ້​ປະກາດ​ແຜນການ​ຢຸດຕິ​ການ​ເຄື່ອນ​ໄຫວ​ຢູ່​ເຂດ​ອຸດສາຫະກຳປະສົມ Kaesong ​ໃນ​ວັນ​ທີ 10/2, ​ໃນ​ວັນ​ດຽວ​ກັນ, ປະຊາ​ຄົມ​ບັນດາ​ວິ​ສາ​ຫະກິດ ສ. ​ເກົາຫຼີ ​ໄດ້​ສະ​ແດງ​ຄວາມ​ຫວັງ​ຂໍ້​ຕົກລົງ​ນີ້​ຈະ​ຖືກ​ຍຸບ​ເລິກ​ໃນ​ໄວໆ​ນີ້​ເພື່ອ​ແນ​ໃສ່​ຫລຸດຜ່ອນ​ຜົນ​​ເສຍ​ຫາຍ​ໃຫ້​ບັນ​ດາ​ວິ​ສາ​ຫະກິດ.

        ບົດ​ລາຍ​ງານ​ຂອງ​ສະຫະ​ສະມາຄົມ​ການ​ຄ້າ​ສາກົນ ສ. ​ເກົາຫຼີ (KITA) ​ເນັ້ນ​ໜັກ​ວ່າ: ​ເຂດ​ອຸດສາຫະກຳ​ຮ່ປະສົມ Kaesong ຍາມ​ໃດ​ກໍ​ແມ່ນ​ສັນຍາ​ລັກ​ໃຫ້​ແກ່​ການ​ປອງ​ດອງ ​ແລະ ການ​ຮ່ວມ​ມື​ໃນ​ແຫຼມ ​ເກົາຫຼີ. ດັ່ງ​ນັ້ນ, KITA ຫວັງ​ວ່າ ການ​ເຄື່ອນ​ໄຫວ​ຂອງ​ເຂດ​ອຸດສາຫະກຳ​ຈະ​ໄດ້​ຮັບ​ການ​ເຊື່ອມ​ຕໍ່​ຄືນ​ໃໝ່ພາຍຫຼັງ​ຄວາມ​ເຄັ່ງ​ຕຶງ​ໃນ​ການ​ພົວພັນ​ລະຫວ່າງ 2 ພາກ​ເກົາຫຼີ​ຫລຸຸດລົງ.

        ບັນດາ​ພັກ​ການ​ເມືອງຢູ່ ສ. ​ເກົາຫຼີ ກໍ​ມີ​ປະຕິກິລິຍາ​ຕໍ່​ຄຳ​ຕັດສິນ​ດັ່ງກ່າວ​ຂອງ​ລັດຖະບານ. ພັກ Saenuri ກຳ​ອຳນາດ​ຖະ​ແຫຼ​ງ​ເຄົາລົບ​ຄຳ​ຕັດສິນ​ຂອງ​ລັດຖະບານ ​ແລະ ຖື​ນີ້​ແມ່ນ “ມາດ​ຕະການ​ຈຳ​ເປັນ​ເພື່ອ​ຢຸດຕິ​ບັນດາ​ການ​ກະທຳ​ເກາະ​ຜິດ​ຂອງ ສປປ ​ເກົາຫຼີ”. ​ໃນ​ຂະນະ​ນັ້ນ, ພັກຝ່າຍ​ຄ້ານ Minjoo ​ຄັດ​ຄ້ານ​ຄຳ​ຕັດສິນ​ດັ່ງກ່າວ ​ແລະ ຖື​ວ່າການ​ກະທຳ​ນີ້​ຈະ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​​ໃນ​ແຫຼ​ມ ​ເກົາຫຼີ ເພີ່ມ​ຂຶ້ນ.

 


ຂ່າວ/ບົດ​ອື່ນ