ບັນ​ດາ​ສິ່ງ​ກີດ​ຂວາງ​ສຳ​ລັບ​ຂໍ້​ຕົກ​ລົງ​ການ​ຄ້າ ລະ​ຫວ່າງ ຈີນ - ອາ​ເມ​ລິ​ກາ

(VOVWORLD) - ຖ້າວ່າ ສອງຝ່າຍບໍ່ກ້າວໄປເຖິງຂໍ້ຕົກລົງດັ່ງກ່າວໃນອາທິດນີ້ຈຸດເວລາບັນລຸໄດ້ຂໍ້ຕົກລົງນັ້ນຈະຖືກແກ່ຍາວຕື່ມອີກ 2 – 3 ອາທິດ
ບັນ​ດາ​ສິ່ງ​ກີດ​ຂວາງ​ສຳ​ລັບ​ຂໍ້​ຕົກ​ລົງ​ການ​ຄ້າ ລະ​ຫວ່າງ ຈີນ - ອາ​ເມ​ລິ​ກາ - ảnh 1ທຸງຊາດຂອງ ຈີນ ແລະ ອາເມລິກາ (ພາບ: REUTERS/TTXVN) 

ເຈົ້າໜ້າທີ່ຂັ້ນສູງທ່ານໜຶ່ງຂອງ ຫ້ອງການການຄ້າ ອາເມລິກາ ໃຫ້ຮູ້ວ່າ ໂອກາດທີ່ຈະບັນລຸໄດ້ຂໍ້ຕົກລົງການຄ້າ ລະຫວ່າງ ວໍຊິງຕັນ ແລະ ປັກກີ່ງໃນປັດຈຸບັນແມ່ນສູງກ່ວາເມື່ອທຽບໃສ່ຄວາມສ່ຽງທີ່ຫຼົ້ມເລວ. ຄຽງຄູ່ກັນນັ້ນ, ບັນດານັກເຈລະຈາຕ້ອງສະແດງໃຫ້ເຫັນ ຄວາມຄືບໜ້າທີ່ດີກ່ຽວກັບກົນໄກການປະຕິບັດ ແລະ ແຜນການຫຼຸດຜ່ອນບັນດາອັດຕາພາສີອາກອນຂອງ ອາເມລິກາ ສຳລັບສິນຄ້າປະເພດອື່ນໆຂອງຈີນໃນອາທິດນີ້. ທ່ານ Myron Brilliant, ຫົວໜ້າພາກສ່ວນການພົວພັນສາກົນ ຂຶ້ນກັບ ຫ້ອງການການຄ້າ ອາເມລິກາ, ໃຫ້ຮູ້ວ່າ ຖ້າວ່າ ສອງຝ່າຍບໍ່ກ້າວໄປເຖິງຂໍ້ຕົກລົງດັ່ງກ່າວໃນອາທິດນີ້ຈຸດເວລາບັນລຸໄດ້ຂໍ້ຕົກລົງນັ້ນຈະຖືກແກ່ຍາວຕື່ມອີກ 2 – 3 ອາທິດ.

ຕອບກັບ

ຂ່າວ/ບົດ​ອື່ນ